ການ​ເຕີບ​ໂຕ​ຂອງ​ຂະ​ແໜງ​ສິນ​ເຊື່ອ​ໃນ​ປີ 2025 ອາດ​ຈະ​ບັນ​ລຸ 19 – 20%

(VOVWORLD) -  ຕາມຜູ້ຕາງໜ້າທະນາຄານແຫ່ງລັດ ຫວຽດນາມ ແລ້ວ, ດ້ວຍລະດັບການເຕີບໂຕຂອງຂະແໜງສິນເຊື່ອໃນປັດຈຸບັນ, ນັບແຕ່ນີ້ຮອດທ້າຍປີ ຖ້າບັນດາທະນາຄານລະດົມທຶນໄດ້ເປັນຢ່າງດີ, ເຕີບໂຕປອດໃສ, ຍືນຍົງ… ລະດັບການເຕີບໂຕຂອງຂະແໜງສິນເຊື່ອທັງປີ 2025 ອາດຈະບັນລຸໄດ້ 19 – 20%.
ການ​ເຕີບ​ໂຕ​ຂອງ​ຂະ​ແໜງ​ສິນ​ເຊື່ອ​ໃນ​ປີ 2025 ອາດ​ຈະ​ບັນ​ລຸ 19 – 20% - ảnh 1ການປະຊຸມຂ່າວປະຈຳໄຕມາດທີ III/2025 ຂອງທະນາຄານແຫ່ງລັດ

ໄລ່ຮອດວັນທີ 29 ກັນຍາ 2025, ການເຕີບໂຕຂອງຂະແໜງສິນເຊື່ອໃນທົ່ວພື້ນຖານເສດຖະກິດ ໄດ້ບັນລຸ 13,37% ເມື່ອທຽບໃສ່ທ້າຍປີ 2024. ໂຄງປະກອບການສິນເຊື່ອສືບຕໍ່ສຸມໃສ່ບັນດາຂົງເຂດການຜະລິດດຳເນີນທຸລະກິດ, ໂດຍສະເພາະແມ່ນບັນດາຂົງເຂດໃຫ້ບຸລິມະສິດ, ບັນດາກຳລັງໜູນເຕີບໂຕຕາມແຜນນະໂຍບາຍຂອງລັດຖະບານ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນການປະຊຸມຂ່າວປະຈຳໄຕມາດທີ III/2025 ຂອງທະນາຄານແຫ່ງລັດ, ຈັດຂຶ້ນໃນຕອນເຊົ້າວັນທີ 03 ຕຸລາ  ຢູ່ຮ່າໂນ້ຍ.

        ຕາມຜູ້ຕາງໜ້າທະນາຄານແຫ່ງລັດ ຫວຽດນາມ ແລ້ວ, ດ້ວຍລະດັບການເຕີບໂຕຂອງຂະແໜງສິນເຊື່ອໃນປັດຈຸບັນ, ນັບແຕ່ນີ້ຮອດທ້າຍປີ ຖ້າບັນດາທະນາຄານລະດົມທຶນໄດ້ເປັນຢ່າງດີ, ເຕີບໂຕປອດໃສ, ຍືນຍົງ… ລະດັບການເຕີບໂຕຂອງຂະແໜງສິນເຊື່ອທັງປີ 2025 ອາດຈະບັນລຸໄດ້ 19 – 20%. ນີ້ແມ່ນລະດັບການເຕີບໂຕສູງທີ່ສຸດໃນ 15 ປີມານີ້. ກ່ຽວກັບກຳນົດທິດທາງດັດສົມນະໂຍບາຍເງິນຕາໃນໄລຍະຈະມາເຖິງ, ທ່ານ ຟ້າມແທັງຮ່າ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ເນັ້ນໜັກວ່າ:

        “ໄຕມາດທີ IV ແມ່ນໄຕມາດຕັດສິນເພື່ອສຳເລັດບັນດາຄາດໝາຍເສດຖະກິດ - ສັງຄົມຂອງປີ 2025 ນີ້. ພວກຂ້າພະເຈົ້າຈະສືບຕໍ່ດັດສົມນະໂຍບາຍເງິນຕາຢ່າງເປັນເຈົ້າການ, ໄຫວພິບ, ກຳແໜ້ນສະພາບການຕະຫຼາດ ແລະ ບໍ່ພຽງແຕ່ແກ້ໄຂບັນດາບັນຫາເກົ່າຂອງພື້ນຖານເສດຖະກິດ, ການເຄື່ອນໄຫວຂອງອົງການສິນເຊື່ອ, ຂອງແຂກກູ້ຢືມທຶນ ຫຼື ຂອງຕະຫຼາດເທົ່ານັ້ນ, ຫາກຍັງມີບັນດາບັນຫາເກີດໃໝ່ ເຊິ່ງທະນາຄານແຫ່ງລັດຍາມໃດກໍຕ້ອງຮັບມື, ປັບຕົວ ແລະ ມີບັນດາມາດຕະການຢ່າງທັນການເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ.”

 

ຕອບກັບ

ຂ່າວ/ບົດ​ອື່ນ