(VOVWORLD) - ເຫດການນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢ່າງແຮງຕໍ່ບັນດາຄູ່ຮ່ວມມືຝລັ່ງ ແລະ ເອີລົບ ຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ກໍ່ຄືວິໄສທັດພັດທະນາຍາວນານຂອງ ຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຢີຍຸດທະສາດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ກ່າວຄຳເຫັນທີ່ພິທີ (ພາບ: VOV) |
ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ສູນນະວັດຕະກຳແຫ່ງຊາດ (NIC) ໄດ້ສົມທົບກັບກຸ່ມບໍລິສັດ Dassault Systèmes (ຝລັ່ງ) ຈັດພິທີເປີດນຳໃຊ້ສູນຄົ້ນຄວ້າ ແລະ ພັດທະນາ (R&D) ພ້ອມກັບສູນດີເດັ່ນ (Center of Excellence – COE) ກ່ຽວກັບປັນຍາປະດິດ (AI) ແລະ Digital Twin; ກອງປະຊຸມສຳມະນາ “ມະຕິເລກທີ 57: ຈາກພື້ນຖານ Digital Twin ໄປເຖິງການພັດທະນາບັນດາຂະແໜງອຸດສາຫະກຳຍຸດທະສາດ”.
ກ່າວຄຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ໄດ້ເນັ້ນໜັ້ກວ່າ ເຫດການນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢ່າງແຮງຕໍ່ບັນດາຄູ່ຮ່ວມມືຝລັ່ງ ແລະ ເອີລົບ ຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ກໍ່ຄືວິໄສທັດພັດທະນາຍາວນານຂອງ ຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຢີຍຸດທະສາດ.
ທ່ານ Samson Khaou ຮອງປະທານຜູ້ປະຈຳການກຸ່ມບໍລິສັດ Dassault Systèmes, ຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ ໃຫ້ຮູ້ວ່າເຫດການເປີດຕົວຄວຍຄູ່ນີ້ໄດ້ສ້າງຂຶ້ນບົນພື້ນຖານ 20 ປີແຫ່ງຄວາມສະໜິດຕິດພັນລະຫວ່າງ ກຸ່ມບໍລິສັດ Dassault Systèmes ກັບບັນດາ ວິສາຫະກິດ, ຄູ່ຮ່ວມມື ແລະ ວົງການນັກຮຽນຮູ້ ຫວຽດນາມ, ປັບປຸງຄຳໝັ້ນສັນຍາອັນ ຍາວນານຂອງກຸ່ມບໍລິສັດຕໍ່ກັບວິວັດການຫັນເປັນດີຈີຕອນ ແລະ ອຸດສາຫະກຳ ຂອງ ຫວຽດນາມ.