ການ​ເຕີບ​ໂຕ​ຢ່າງ​ມີ​ປະ​ສິດ​ທິ​ພາບຄວ​ນເປັນຫຼັກ​ແຫຼ່ງ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຫວຽດ​ນາມ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ

(VOVWORLD) -ວັນທີ 27 ພຶດສະພາ, ທະນາຄານໂລກ (WB) ປະຈຳຫວຽດນາມ ໄດ້ປະກາດບົດລາຍງານ “ຫວຽດນາມ ຂະຫຍັນຂັນເຄື່ອນ: ສ້າງພື້ນຖານໃຫ້ແກ່ພື້ນຖານເສດຖະກິດທີ່ມີລາຍໄດ້ສູງ”. 

ບົດລາຍງານໄດ້ປະກາດຖືກກັບຈຸດເວລາທີ່ລັດຖະບານຫວຽດນາມພວມສ້າງຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ (2021 – 2030) ແລະແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ (2021 - 2025). ບົດລາຍງານໄດ້ຍົກອອກບັນດາຂໍ້ສະເໜີແນະທາງດ້ານນະໂຍບາຍຊ່ວຍໃຫ້ຫວຽດນາມຮັກສາການເຕີບໂຕທີ່ມີຄຸນນະພາບສູງຜ່ານບັນດາວິສາຫະກິດທີ່ມີຄວາມຂະຫຍັນຂັນເຄື່ອນກ່ວາເກົ່າ, ພື້ນຖານໂຄງລ່າງທີ່ມີປະສິດທິຜົນ, ແຮງງານທີ່ມີສີມື, ມຸ່ງໄປສູ່ພື້ນຖານເສດຖະກິດຂຽວກ່ວາ. ທ່ານ Ousmane Dione ຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳຫວຽດນາມຖືວ່າ:

        ບົດລາຍງານສະແດງໃຫ້ເຫັນຍຸດທະສາດພັດທະນາຂອງຫວຽດນາມ ໃນທົດສະວັດຈະມາເຖິງແມ່ນ ຕ້ອງຖືເອົາການເຕີບໂຕຢ່າງມີປະສິດທິພາບເປັນຫຼັກແຫຼ່ງ. ບົນພື້ນຖານບັນດາການຕີລາຄາໃນບົດລາຍງານຫວຽດນາມ 2035, ປະສົບການໃນການພັດທະນາຂອງລັດຖະບານຫວຽດນາມ ແລະ ບັນດາບົດຮຽນທີ່ຖອດຖອນມາໄດ້ຈາກບັນດາປະເທດອື່ນ, ຫວຽດນາມຕ້ອງຮັກສາຄວາມສົມດຸມລະຫວ່າງ ການສະສົມ ແລະ ການຈັດສັນເງິນທຶນ 4 ຊະນິດຢ່າງມີປະສິດທິຜົນຄື: ທຶນພາກເອກະຊົນ, ທຶນພາກລັດ, ທຶນມະນຸດ ແລະ ທຶນທຳມະຊາດ. ຄວາມສົມດຸນນີ້ ສ່ວນຫຼາຍອີງໃສ່ກຳລັງຄວາມສາມາດໃນການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ກຳລັງຄວາມສາມາດໃນການປະຕິບັດການປະຕິຮູບລະບອບລະບຽບການ ແລະການຕະຫຼາດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ