ການເຕີບໂຕເສດຖະກິດຂອງຫວຽດນາມໃນໄຕມາດ1ມີຄວາມເປັນປົກກະຕິ

ການເຕີບໂຕເສດຖະກິດຂອງຫວຽດນາມໃນໄຕມາດ1ມີຄວາມເປັນປົກກະຕິ - ảnh 1
ການ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ​ຂອງ​ລັດ​ຖະ​ບານ
(ພາບ: VGP)


(vovworld)- ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ໃນ​ໄຕ​ມາດ1ມີ​ຄວາມເປັນ​ປົກ​ກະ​ຕິ, ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​​ ດາວກວາງ​ທູ, ຮອງລັດ​ຖະ​ມົນ​ຕີກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ທີ່​ການ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ​ຂອງ​ລັດ​ຖະ​ບານໃນ​ຕອນ​ບ່າຍ​ວັນ​ທີ 3/4​. ຕາມ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ດາວກວາງ​ທູ ແລ້ວ, ເຖິງວ່າ ​ຂໍ້​ມູນ​ສະ​ຖິ​ຕິ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໄຕ​ມາດ 1 ບັນ​ລຸ​ພຽງ 5,1%, ຕຳ​່ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ (5,46%), ແຕ່​ທາດ​ແທ້​ເສດ​ຖະ​ກິດ​ຂອງ​ການ​ເຕີບ​ໂຕ​ໃນ​ໄຕ​ມາດ 1/2017 ນັ້ນ ລະ​ດັບ​ເຕີບ​ໂຕນີ້​ແມ່ນ​ມີ​ຄວາມ​ເປັນ​ປົກ​ກະ​ຕິ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ດາວກວາງ​ທູ ກ່າວ​ວ່າ: “ໃນ​ໄຕ​ມາດ 1 ສະ​ພາບ​ແວດ​ລ້ອມ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ສືບ​ຕໍ່​ມີ​ຄວາມ​ເປັນ​ປົກ​ກະ​ຕິ, ບັນ​ດາ​ຄວາມ​ດຸ່ນ​ດ່ຽງ​ໃຫ​ຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ສືບ​ຕໍ່​ໄດ້​ຮັບ​ປະ​ກັນ, ພິ​ເສດ​ແມ່ນ​ຄວາມ​ດຸ່ນ​ດ່ຽງກ່ຽວ​ກັບ​ການ​ເງິນ​ງົບ​ປະ​ມານ. ເຖິງວ່າ ​ລະ​ດັບ​ສະ​ເລ່ຍ​ຂອງໄພ​ເງິນ​ເຟີ້ຍັງ​ສູງກວ່າ​ລະ​ດັບ​​ໂດຍສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ກໍ​ຕາມ ແຕ່​ໄພ​ເງິນ​ເຟີ້​ໃນ​ໄຕ​ມາດ 1 ​ຕົ້ນ​ຕໍ​ແມ່ນ​ຍ້ອນ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ເພີ່ມ​ລາ​ຄາບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ແລະ ການ​ສຶກ​ສາ​ໃນ​ເດືອນ 3.”

ໃນ​ຂະ​ນະ​ນັ້ນ​, ທ່ານ ມາຍ​ຕຽນ​ຢູງ, ລັດ​ຖະ​ມົນ​ຕີ, ຫົວ​ຫ​ນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ: ແຜນ​ນະ​ໂຍ​ບາຍ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແມ່ນ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ແມ່ນ​ສຸມ​ໃສ່​ຢູ່​ໃນ​ບາງ​ຂົງ​ເຂດ​:

        “ພວກ​​ເຮົາ​ຕ້ອງ​ຍູ້​ແຮງ​ການ​ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດ​ອື່ນ​ຄື: ພັດ​ທະ​ນາ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ, ຍູ້​ແຮງ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ລັດ​ຖະ​ບານ ພວມ​ປະ​ຕິ​ບັດ​ຢ່າງ​ຂ້ຽວ​ຂາດ​ໃນ​ກາ​ນ​ແກ້​ໄຂ​ຫນີ້​ເສຍ, ແກ້​ໄຂ​​ເລື່ອງບັນ​ດາ​ທະ​ນາ​ຄານ​ອ່ອນ​ດ້ອຍ. ລັດ​ຖະ​ບານ​ໄດ້​ສ້າງ​ຕັ້ງ​ຄະ​ນະ​​ຮັບ​ຜິດ​ຊອບ​ການສ້າງ​ໂຄ​ງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານ​ຄືນ​ໃຫມ່. ໃນ​ໄລ​ຍະ​ປະ​ຈຸ​ບັນ, ຕ້ອງ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ເພາະ​ວ່າ ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ແມ່ນ​ກຳ​ລັງ​ຫ​ນູນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.”

 


ຕອບກັບ

ຂ່າວ/ບົດ​ອື່ນ