ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ: ພັກ​ສາ​ທາ​ລະ​ນະ ຍາດ​ໄດ້​ຄົບ​ 218 ບ່ອນ​ນັ່ງ​ ເພື່ອ​ມີ​ສິດ​ຄວບ​ຄຸມ​ສະ​ພາ​ຕ່ຳ

(VOVWORLD) -ທ່ານ Kevin McCarthy ຂອງພັກສາທາລະນະ ອາດຈະມາເປັນປະທານແທນທ່ານນາງ Nacy Pelosi ຂຶ້ນກັບພັກປະຊາທິປະໄຕ.
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ: ພັກ​ສາ​ທາ​ລະ​ນະ ຍາດ​ໄດ້​ຄົບ​ 218 ບ່ອນ​ນັ່ງ​ ເພື່ອ​ມີ​ສິດ​ຄວບ​ຄຸມ​ສະ​ພາ​ຕ່ຳ - ảnh 1ທ່ານ Kevin McCarthy ສະມາຊິກພັກສາທາລະນະ ກ່າວຄຳເຫັນໃນວັນທີ 15 ພະຈິກ ຢູ່ວໍຊິງຕັນ (ພາບ: TTXVN)

ວັນທີ 15 ພະຈິກ, ສື່ມວນຊົນ ອາເມລິກາ ໃຫ້ຮູ້ວ່າ ພັກສາທາລະນະ ຍາດໄດ້ຄົບ 218 ໃນຈຳນວນ 435 ບ່ອນນັ່ງ, ເຊິ່ງແມ່ນມາດຖານກຳນົດສູງສຸດຂອງຂັ້ນຕ່ຳ ເພື່ອຍາດໄດ້ສິດຄວບຄຸມສະພາຕ່ຳ. ເລື່ອງພັກສາທາລະນະຍາດໄດ້ບ່ອນນັ່ງຈຳນວນຫຼາຍຢູ່ສະພາຕ່ຳ ກໍໝາຍຄວາມວ່າ ພັກນີ້ຈະມີສິດຄວບຄຸມສະພາຕ່ຳ. ອາດຈະແມ່ນທ່ານ Kevin McCarthy ຂອງພັກສາທາລະນະ ຈະມາເປັນປະທານແທນທ່ານນາງ Nacy Pelosi ຂຶ້ນກັບພັກປະຊາທິປະໄຕ.

        ກ່ອນໜ້ານັ້ນ, ໝາກຜົນຂອງການເລືອກຕັ້ງຢູ່ສະພາສູງຊີ້ໃຫ້ເຫັນວ່າ ພັກປະຊາທິປະໄຕສືບຕໍ່ຮັກສາສິດຄວບຄຸມ. ໄຊຊະນະຂອງທ່ານສະມາຊິກສະພາສູງ Cartjheroine Corte Masto ຢູ່ລັດ Nevada ໄດ້ຊ່ວຍໃຫ້ພັກປະຊາທິປະໄຕຈຳເປັນຕ້ອງຍາດໄດ້ 50 ບ່ອນນັ່ງ, ໃນນັ້ນ ພັກສາທາລະນະມີ 49 ບ່ອນນັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ