ການເລືອກຕັ້ງປະທານສະພາຕ່ຳ ອາເມລິກາ ບໍ່ທັນມີຜົນພາຍຫຼັງການປ່ອນບັດ 9 ຄັ້ງຢ່າງລຽນຕິດ

(VOVWORLD) -ທ່ານ McCarthy ບໍ່ສາມາດຍາດໄດ້ຈຳນວນບັດຕ້ອງການຄົບ 218 ບັດ ພາຍຫຼັງການປ່ອນບັດ 6 ຄັ້ງໃນວັນທີ 03 – 04 ມັງກອນ ຕິດຕໍ່ກັນ.
ການເລືອກຕັ້ງປະທານສະພາຕ່ຳ ອາເມລິກາ ບໍ່ທັນມີຜົນພາຍຫຼັງການປ່ອນບັດ 9 ຄັ້ງຢ່າງລຽນຕິດ - ảnh 1ຜູ້ສະໝັກເລືອກຕັ້ງປະທານສະພາຕ່ຳ Kevin McCarthy
(ພາບ: Reuters)

        ປະຈຸບັນ, ສະພາຕ່ຳ ອາເມລິກາ ຍັງບໍ່ທັນເລືອກຕັ້ງໄດ້ປະທານຄົນໃໝ່ ພາຍຫຼັງການປ່ອນບັດ 9 ຄັ້ງໃນຮອບເວລາ 3 ວັນຢ່າງລຽນຕິດ.

        ໃນການເລືອກຕັ້ງກາງອາຍຸການຜ່ານມາ, ພັກສາທາລະນະຍາດໄດ້ສະພາຕ່ຳ, ຍ້ອນເຫດນັ້ນ, ຈຸດໜັກຂອງການເລືອກຕັ້ງປະທານສະພາຕ່ຳໄດ້ປິ່ນອ້ອມຜູ້ສະໝັກເລືອກຕັ້ງ Kevin McCarthy, ຜູ້ເຄີຍນຳພາຝ່າຍສ່ວນໜ້ອຍຢູ່ອົງການນີ້. ເຖິງຢ່າງໃດກໍ່ຕາມ, ທ່ານ McCarthy ບໍ່ສາມາດຍາດໄດ້ຈຳນວນບັດຕ້ອງການຄົບ 218 ບັດ ພາຍຫຼັງການປ່ອນບັດ 6 ຄັ້ງໃນວັນທີ 03 – 04 ມັງກອນ ຕິດຕໍ່ກັນ. ກ້າວເຂົ້າສູ່ມື້ທີ 3, ທ່ານ McCarthy ຍາດໄດ້ພຽງ 201 ບັດ, ຊ້ຳບໍ່ໜຳຍັງຕ່ຳກວ່າຈຳນວນບັດຂອງທ່ານ Hakeem Jeffries ຂອງພັກປະຊາທິປະໄຕແມ່ນ 212 ບັດ.

        ເລື່ອງເລືອກຕັ້ງປະທານສະພາຕ່ຳບໍ່ໄດ້ກໍ່ເປັນການສະແດງໃຫ້ເຫັນການແບ່ງແຍກຢູ່ພາຍໃນພັກສາທາລະນະ, ພ້ອມທັງໂຈະຄວາມມານະພະຍາຍາມຂອງພັກນີ້ໃນເລື່ອງ ປະຕິບັດບັນດາບຸລິມະສິດໂດຍໄວ, ໃນນັ້ນ ມີການສືບສວນອຳນາດການປົກຄອງ ແລະ ຄອບຄົວຂອງທ່ານປະທານາທິບໍດີ Joe Biden, ກໍ່ຄືບັນດາບັນຫາເສດຖະກິດ, ພະລັງງານເອກະລາດ ແລະ ຄວາມໝັ້ນຄົງຢູ່ເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ