ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ: ຜູ້​ສະ​ໝັກ​ເລືອ​ກ​ຕັ້ງ 8 ທ່ານ​ຂ​ອງ​ພັກ​ສາ​ທາ​ລະ​ນະ​ ເຂົ້າ​ຮ່ວມວາ​ລະ​ໂຕ້ວາ​ທີ​ເທື່ອ​ທຳ​ອິດ

(VOVWORLD) -  ຄະນະກຳມະການແຫ່ງຊາດຂອງພັກສາທາລະນະ ໄດ້ຢັ້ງຢືນຜູ້ສະໝັກເລືອກຕັ້ງ 8 ທ່ານ ຈະເຂົ້າຮ່ວມວາລະໂຕ້ວາທີ, ໃນນັ້ນ ມີທ່ານອະດີດຮອງປະທານາທິບໍດີ Mike Pence.
ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ: ຜູ້​ສະ​ໝັກ​ເລືອ​ກ​ຕັ້ງ 8 ທ່ານ​ຂ​ອງ​ພັກ​ສາ​ທາ​ລະ​ນະ​ ເຂົ້າ​ຮ່ວມວາ​ລະ​ໂຕ້ວາ​ທີ​ເທື່ອ​ທຳ​ອິດ - ảnh 1ບັນດາຜູ້ສະໝັກເລືອກຕັ້ງ ປະທານາທິບໍດີ ອາເມລິກາ ຈະເຂົ້າຮ່ວມວາລະໂຕ້ວາທີ (ພາບ: TMJ4)

ໃນວາລະໂຕ້ວາທີທຳອິດຂອງບັນດາຜູ້ສະໝັກເລືອກຕັ້ງ ເພື່ອແນໃສ່ໄດ້ຮັບການສະເໜີອອກສະໝັກເລືອກຕັ້ງຢ່າງເປັນທາງການຈາກພັກສາທາລະນະ ໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2024 ຈະໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 23 ສິງຫາ ຕາມເວລາ ອາເມລິກາ, ຢູ່ນະຄອນ Milwaukee, ຂຶ້ນກັບລັດ Wisconsin ແລະ ໂດຍສຳນັກຂ່າວສານ Fox News ເປັນເຈົ້າພາບຈັດຕັ້ງ. ຄະນະກຳມະການແຫ່ງຊາດຂອງພັກສາທາລະນະ ໄດ້ຢັ້ງຢືນຜູ້ສະໝັກເລືອກຕັ້ງ 8 ທ່ານ ຈະເຂົ້າຮ່ວມວາລະໂຕ້ວາທີ, ໃນນັ້ນ ມີທ່ານອະດີດຮອງປະທານາທິບໍດີ Mike Pence.

        ເພື່ອສາມາດເຂົ້າຮ່ວມວາລະໂຕ້ວາທີດັ່ງກ່າວ, ບັນດາຜູ້ສະໝັກເລືອກຕັ້ງຕ້ອງຍາດໄດ້ 1% ຈຳນວນບັດສະໜັບສະໜູນໃນການສຳຫຼວດ 3 ຄັ້ງໃນທົ່ວປະເທດ ຫຼື 1% ການສະໜັບສະໜູນໃນການສຳຫຼວດຢູ່ລັດນ້ອຍ ຢູ່ບັນດາລັດທີ່ປ່ອນປັດກ່ອນກຳນົດຄື Iowa, New Hampshire, South Carolina ແລະ Nevada. ນອກຈາກນັ້ນ, ບັນດາຜູ້ສະໝັກເລືອກຕັ້ງກໍຕ້ອງມີ 40.000 ຜູ້ອຸປະຖຳໃຫ້ຄະນະກຳມະການຫາສຽງເລືອກຕັ້ງຂອງຕົນ. ບັນດາຜູ້ສະໝັກເລືອກຕັ້ງກໍຕ້ອງລົງລາຍເຊັນໃນໜັງສືສາບານຕົວຕົກລົງສະໜັບສະໜູນຜູ້ສະໝັກເລືອກຕັ້ງຢ່າງເປັນທາງການຂອງພັກສາທາລະນະ ໃນການເລືອກຕັ້ງປະທານາທິບໍດີປີນີ້.

        ທ່ານອະດີດປະທານາທິບໍດີ Donald Trump ໄດ້ປະຕິເສດການລົງລາຍເຊັນໃນໜັງສືສາບານຕົວ ເຖິງວ່າທ່ານສາມາດຕອບສະໜອງໄດ້ທຸກຄຳຮຽກຮ້ອງ ຕ້ອງການເພື່ອສາມາດເຂົ້າຮ່ວມວາລະໂຕ້ວາທີແລ້ວກໍຕາມ.

ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ