ການ​ເລືອກ​ຕັ້ງ​ຢູ່ ໄທ: ພັກ​​ເພື່ອໄທ ຈະ​ສ້າງ​ສຳ​ພັນ​ທະ​ມິດ​ຕ່າງ​ຫາກ ໂດຍ​ບໍ່​ມີ MFP

(VOVWORLD) - ວິວັດທະນາການສ້າງຕັ້ງລັດຖະບານໃໝ່ຢູ່ ໄທ ໄດ້ໃຫ້ເຫັນປະຈັກຕາບາດລ້ຽວໃໝ່ ຂອງພັກເພື່ອໄທ ເຊິ່ງເປັນພັກທີ່ຢືນອັນດັບທີ 2 ໃນການເລືອກຕັ້ງຜ່ານມາ ດ້ວຍ 141 ບ່ອນນັ່ງຢູ່ສະພາຕ່ຳ, ໄດ້ຕັດສິນໃຈຖອນຕົວອອກຈາກສຳພັນທະມິດ 8 ພັກ ໂດຍພັກກ້າວໄກ (MFP) ນຳພາ ແລະ ຖະແຫຼງວ່າ ຈະສ້າງຕັ້ງລັດຖະບານສຳພັນທະມິດໃໝ່.
ການ​ເລືອກ​ຕັ້ງ​ຢູ່ ໄທ: ພັກ​​ເພື່ອໄທ ຈະ​ສ້າງ​ສຳ​ພັນ​ທະ​ມິດ​ຕ່າງ​ຫາກ ໂດຍ​ບໍ່​ມີ MFP - ảnh 1ການນຳພັກເພື່ອໄທ ຊົນນ່ານ ສີແກ້ວ ກ່າວຄຳເຫັນໃນການຖະແຫຼງຂ່າວ ຢູ່ບາງກອກ, ໄທ ໃນວັນທີ 2/8/2023 (ພາບ: AFP/TTXVN)

ກ່າວຄຳເຫັນໃນການຖະແຫຼງຂອງຕອນບ່າຍວັນທີ 2 ສິງຫາ, ການນຳພັກເພື່ອໄທ ທ່ານ ຊົນນ່ານ ສີແກ້ວ ໃຫ້ຮູ້ວ່າ ການຕັດສິນໃຈດັ່ງກ່າວໄດ້ຍົກອອກມາ ພາຍຫຼັງພັກ MFP ສືບຕໍ່ຕັດສິນໃຈຢາກປັບປຸງ ມາດຕາ 112 ຂອງປະມວນກົດໝາຍອາຍາ ຢ່າງເດັດຂາດ.

        ພັກເພື່ອໄທ ແມ່ນຄູ່ຮ່ວມມືຕົ້ນຕໍຂອງພັນທະມິດ 8 ພັກ ໂດຍ MFP ທີ່ກວມເອົາ 151 ບ່ອນນັ່ງຢູ່ສະພາຕ່ຳ ເພື່ອແນໃສ່ສ້າງຕັ້ງລັດຖະບານ. ສຳພັນທະມິດຂອງເຂົາເຈົ້າມີທັງໝົດ 312 ບ່ອນນັ່ງ ໃນຈຳນວນ 500 ບ່ອນນັ່ງຢູ່ສະພາຕ່ຳ. ເຖິງຢ່າງໃດກໍຕາມ, ຜູ້ສະໝັກເລືອກຕັ້ງນາຍົກລັດຖະມົນຕີຜູ້ດຽວຂອງພັກ MFP ແມ່ນທ່ານ ພິທາ ລີ້ມຈະເຣີນຣັດ ບໍ່ສາມາດຍາດໄດ້ບັດສະໜັບສະໜູນສ່ວນຫຼາຍໃນກອງປະຊຸມລວມຂອງສະພາຕ່ຳ ແລະ ສະພາສູງ ເຊິ່ງດຳເນີນໃນວັນທີ 13 ກໍລະກົດ ເພື່ອເລືອກຕັ້ງ ດຳລົງຕຳແໜ່ງນາຍົກລັດຖະມົນຕີ. ຫຼັງຈາກນັ້ນ, ພັກ MFP ໄດ້ມອບໂອກາດໃຫ້ພັກເພື່ອໄທ ເປັນຜູ້ຮັກສາການນຳພາສ້າງຕັ້ງລັດຖະບານສຳພັນທະມິດ.

ຕອບກັບ

ຂ່າວ/ບົດ​ອື່ນ