ການເສັງ ”ຊອກຮູ້ປະຫວັດສາດແຫ່ງການພົວພັນພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ”
ພິທີປຸກລະດົມການເສັງ”ຊອກຮູ້ປະຫວັດສາດແຫ່ງການພົວພັນພິເສດ
ຫວຽດນາມ-ລາວ, ລາວ-ຫວຽດນາມ”
(ພາບ: thanhnien.com.vn)
(vovworld) - ຕອນເຊົ້າວັນທີ 21/6, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ແລະ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມການເສັງ”ຊອກຮູ້ປະຫວັດສາດແຫ່ງການພົວພັນພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ”. ເພື່ອແນໃສ່ຕອບສະໜອງ ”ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ-ລາວ 2012”, ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ, ປະກອບສ່ວນໂຄສະນາ, ສຶກສາມູນເຊື້ອປະຕິວັດ, ໂດຍສະເພາະແມ່ນລຸ້ນໜຸ່ມສອງປະເທດ ກ່ຽວກັບນ້ຳໃຈມິດຕະພາບແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ. ການເສັງຍັງເພື່ອແນໃສ່ຕໍ່ສູ້ຕ້ານຖ້ອຍທຳນອງເສກສັນປັ້ນແຕ່ງ, ບິດເບືອນຄວາມຈິງກ່ຽວກັບປະຫວັດສາດ, ກໍ່ຄວາມແບ່ງແຍກນ້ຳໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວຂອງບັນດາອິດທິກຳລັງທີ່ເປັນປໍລະປັກ.