ການເສັງຊອກຮູ້ປະຫວັດສາດຫວຽດນາມ

ການເສັງຊອກຮູ້ປະຫວັດສາດຫວຽດນາມ - ảnh 1
ການເສັງຊອກຮູ້ປະຫວັດສາດຫວຽດນາມ
(ພາບ:baotanglichsu.vn)

(vovwold) -  ​ເພື່ອ​ຂ່ຳນັບ​ຊົມ​ເຊີຍ 71 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງ​ເຍົາວະ​ຊົນ​ປະຈັນບານ ​ໂຮ່ຈີ​ມິນ (15/5), ​ແລະ 122 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ ​ໂຮ່ຈີ​ມິນ (19/5), ຕອນ​ເຊົ້າ​ວັນ​ທີ 13/5, ຢູ່ ຮ່າ​ໂນ້ຍ, ຄະນະ​ຊາວ​ໜຸ່ມ​ນະຄອນ, ສະພາເຍົາວະ​ຊົນນະຄອນຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ການ​ເສ​ັງຊອກ​ຮູ້​ປະຫວັດສາດ​ຫວຽດນາມ, ສຳ​ຫຼັບນັກຮຽນ​ຊັ້ນ​ປະຖົມ ​ແລະ ມັດທະຍົມ​ຕອນ​ຕົ້ນ. ບັນດາ​ທິມເຂົ້າ​ຮ່ວມຈະ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​, ຄວາມ​ຮູ້ຂອງ​ຕົນ​ກ່ຽວ​ກັບປະ​ຫວັດ​ສາດ​ຂອງ​ປະ​ເທດ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ທີ 1 (1 ລາງວັນ), ລາງວັນ​ທີ 2 (2 ລາງວັນ), ລາງວັນ​ທີ 3 ( 3 ລາງວັນ) ​ໃຫ້​ແກ່​ບັນດາ​ທິມ​ດີ​ເດັ່ນ. Nguyen Thuy Trang, ນັກຮຽນ​ມັດທະຍົມ​ຕອນ​ຕົ້ນ Duong Xa, ຢາ​ເລິ​ມ, ຮ່າ​ໂນ້ຍ, ​ເຂົ້າ​ຮ່ວມ​ການ​ເສ​ງນີ້, ​ໃຫ້​ຮູ້​ວ່າ:

        ”ການ​ເສັງ​ໄດ້​ຊ່ວຍ​ໃຫ້​ນ້ອງ​ມີ​ຄວາມ​ຮັກ​ຕໍ່​ປະ​ເທດ​​ຊາດ, ​ແລະ ທ້ອງ​  ຖີ່​ນຂອງ​ຕົນກວ່າ, ພວກ​ນ້ອງ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ ​ເພາະວ່າ​ຕົນ​ເອງ​ແມ່ນ​ຄົນ​ຫວຽດນາມ, ​​ແມ່ນ​ລູກ​ຫຼານ​ຂອງ​ປະ​ເທດ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ມູນ​ເຊື້ອ​ຕໍ່ສູ້, ມີ​ປະຫວັດ​ຄວາມ​ເປັນ​ມາ​ນັບ​ພັນ​ປີ. ນ້ອງ​ຫວັງ​ວ່າ​ຈະ​ມີ​ການ​ເສັງ​ຄື​ແນວ​ນີ້​ຫຼາຍ​ກວ່າ​ອີກ, ​ແລະ​ ຫວັງ​ວ່າ​ພວກ​ເພື່ອນນັກຮຽນ​ຈົ່ງ​ຫວນ​ຄືນ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຕົນ”

ຂ່າວ/ບົດ​ອື່ນ