ການແຂ່ງຂັນແຂ່ງເຮືອຈັກສາກົນຈະຈັດຕັ້ງ ເປັນຄັ້ງທຳອິດຢູ່ ຫວຽດນາມ

(VOVWORLD) - ການແຂ່ງຂັນແຂ່ງເຮືອຈັກ F1 H20 ແລະ ການແຂ່ງຂັນ Aquabike ອາຊີບສາກົນ ບິ່ງດິ້ງ - 2024 ແມ່ນງານແຂ່ງຂັນຊີງລາງວັນແຂ່ງເຮືອແຖວໜ້າຂອງໂລກ
ການແຂ່ງຂັນແຂ່ງເຮືອຈັກສາກົນຈະຈັດຕັ້ງ ເປັນຄັ້ງທຳອິດຢູ່ ຫວຽດນາມ  - ảnh 1ທ່ານປະທານຄະນະກຳມະການປະຊາຊົນ ແຂວງ ບິ່ງດິ້ງ ຟ້າມແອັງຕວັນ ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ
(ພາບ: TTXVN)

ວັນທີ 9 ກໍລະກົດ, ຢູ່ນະຄອນ ກຸຍເຍີນ, ຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ໄດ້ຈັດການປະຊຸມຖະແຫຼງຂ່າວກ່ຽວກັບການແຂ່ງຂັນແຂ່ງເຮືອຈັກ F1 H20 ແລະ ການແຂ່ງຂັນ Aquabike ອາຊີບສາກົນ ບິ່ງດິ້ງ - 2024. ນີ້ແມ່ນຄັ້ງທຳອິດ ທີ່ການແຂ່ງຂັນແຂ່ງເຮືອຈັກສາກົນໄດ້ຮັບການຈັດຂຶ້ນຢູ່ ຫວຽດນາມ.

        ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ, ທ່ານ ຟ້າມແອັງຕວັນ, ປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ, ໃຫ້ຮູ້ວ່າ: ການແຂ່ງຂັນແຂ່ງເຮືອຈັກ F1 H20 ແລະ ການແຂ່ງຂັນ Aquabike ອາຊີບສາກົນ ບິ່ງດິ້ງ - 2024 ແມ່ນງານແຂ່ງຂັນຊີງລາງວັນແຂ່ງເຮືອແຖວໜ້າຂອງໂລກ. ຜ່ານ 39 ປີແຫ່ງການເຄື່ອນໄຫວມາຮອດປະຈຸບັນ, ການແຂ່ງຂັນໄດ້ຈັດ 295 ຄັ້ງຢູ່ກ່ວາ 33 ປະເທດ. ສະຫະພັນແຂ່ງເຮືອຈັກ ສາກົນ (UIM) ແມ່ນຫົວໜ່ວຍຈັດການແຂ່ງຂັນຄັ້ງນີ້, ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງນັກກິລາ ກ່ວາ 70 ຄົນທີ່ມາຈາກ 30 ປະເທດ.

        ຄາດວ່າ, ການແຂ່ງຂັນ Aquabike ອາຊີບສາກົນ ບິ່ງດິ້ງ - 2024 ຈະຈັດຕັ້ງແຕ່ວັນທີ 22 – 24 ມີນາ 2024 ແລະ ການແຂ່ງຂັນແຂ່ງເຮືອຈັກ F1 H20 ຈະຈັດຕັ້ງໃນລະຫວ່າງວັນທີ 29 -31 ມີນາ 2024.

ຕອບກັບ

ຂ່າວ/ບົດ​ອື່ນ