ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃນ​ໂລກ ສ່ວນຫຼາຍ​ແມ່ນ​ຍ້ອນ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron

(VOVWORLD) - ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 1.931.184 ຄົນ, ໃນນັ້ນ ອາເມລິກາ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ສູງທີ່ສຸດ ດ້ວຍ 287.973 ຄົນ, ຖັດຈາກນັ້ນແມ່ນ ຝລັ່ງ, ອິນເດຍ.
ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃນ​ໂລກ ສ່ວນຫຼາຍ​ແມ່ນ​ຍ້ອນ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron - ảnh 1ປະຊາຊົນ ຊາວ ເຢຍລະມັນ ລຽນແຖວຖ້າກວດຫາເຊື້ອໄວຣັດ (ພາບ: THX/ TTXVN)

ວັນທີ 17 ມັງກອນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 16.378 ຄົນ ຢູ່ 62 ແຂວງ, ນະຄອນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 20.172 ຄົນ ແລະ ມີ 179 ຄົນເສຍຊີວິດ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1h30 ຕອນເຊົ້າວັນທີ 17 ມັງກອນ (ຕາມເວລາ  UTC), ໃນໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 328,66 ລ້ານຄົນ ແລະ ມີ ຜູ້ເສຍຊີວິດກວ່າ 5.5 ລ້ານຄົນ.

ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 1.931.184 ຄົນ, ໃນນັ້ນ ອາເມລິກາ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ສູງທີ່ສຸດ ດ້ວຍ 287.973 ຄົນ, ຖັດຈາກນັ້ນແມ່ນ ຝລັ່ງ, ອິນເດຍ. ວົງການນັກຊ່ຽວຊ່ານຖືວ່າ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ - 19 ໃນໂລກໃນປັດຈຸບັນ ສ່ວນຫຼາຍແມ່ນຍ້ອນການແຜ່ລາມຂອງເຊື້ອໄວຣັດກາຍພັນ Omicron. ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ... ປັດຈຸບັນແມ່ນບັນດາປະເທດຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ