ການແລກປ່ຽນດ້ານ ການຄ້າ ແລະ ການລົງທຶນ ລະຫວ່າງຫວຽດນາມ - ສິງກະໂປ ສືບຕໍ່ເພີ່ມຂຶ້ນ

ການແລກປ່ຽນດ້ານ ການຄ້າ ແລະ ການລົງທຶນ ລະຫວ່າງຫວຽດນາມ - ສິງກະໂປ ສືບຕໍ່ເພີ່ມຂຶ້ນ - ảnh 1
(ພາບປະກອບ)

(vovworld) – ​ໄລ່​ມາ​ຮອດ​ເດືອນ ສິງ​ກາ 2013, ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ​ສິງກະ​ໂປ ​ແລະ ຫວຽດນາມ ບັນລຸ​ໄດ້​ກ່ວາ 11 ຕື້ ໂດລາສິງກະ​​ໂປ (SGD), ​ເພີ່ມ​ຂຶ້ນ 3,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2012. ​ໃນ​ບັນດາ​ໝວດ​ສິນ​ຄ້າ​ທີ່ສິງກະ​​ໂປ ນຳ​ເຂົ້າ​ຈາກ​ຫວຽດນາມ, ບັນດາ​ປະ​ເພດສິນຄ້າທີ່ມີ​ວົງ​​ເງິນ​ຫຼາຍ ​ແລະ ມີ​ລະດັບ​​ເພີ່ມ​ຂຶ້ນສູງ​ລວມມີ: ​ ໂທລະສັບ ​ແລະ ສິນ​ສ່ວນ​ກົນ​ຈັກ, ອຸປະກອນ... ​ແລະ​ກໍ່​ໃນ 8 ​ເດືອນ​ຜ່ານ​ມາ, ວົງ​ເງິນ​ສົ່ງ​ອອກ​ຂອງ​ສິງກະ​ໂປ ​​​ໄປ​ຍັງ​ຫວຽດນາມ ​ບັນລຸ​ເກືອບ 9 ຕື້ SGD.​ ໃນ 9 ​ເດືອນ​ຕົ້ນ​ປີ 2013, ບັນດາ​ວິ​ສາ​ຫະກິດ​ສິງກະ​ໂປ ​ໄດ້​ລົງທຶນ​ເຂົ້າ​ຫວຽດນາມ 89 ​ໂຄງການດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ​ກວ່າ 4 ຕື້ USD. ​ໄລ່​ລວມ​ແລ້ວ, ຮອດ​ເດືອນ ກັນຍາ 2013, ບັນດາ​ວິ​ສາ​ຫະກິດ​ສິງກະ​ໂປ​ ໄດ້​ລົງທຶນ​ເຂົ້າ​ໃນ​ເກືອ​ບ 1.200 ​ໂຄງການ​ຢູ່​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ບັນລຸ​ເກືອ​ບ 29 ຕື້ USD, ຢືນ​ອັນ​ດັບ 2 ​ໃນ​ຈຳນວນ 100 ປະ​ເທດ ​ແລະ ​ເຂດ​ແຄວ້ນທີ່​ມີ​ເງິນ​ລົງທຶນ​ຢູ່​ຫວຽດນາມ.
ຂ່າວ/ບົດ​ອື່ນ