ການແຫ່ຂະບວນ ປະທ້ວງຕ້ານສົງຄາມ ຢູ່ ອັງກິດ

ການແຫ່ຂະບວນ ປະທ້ວງຕ້ານສົງຄາມ ຢູ່ ອັງກິດ - ảnh 1
ການແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ສົງຄາມ ຢູ່ ອັງກິດ
(ພາບ: dantri.com.vn)

(vovworld) - ປະຊາຊົນ ອັງກິດ ນັບ​ຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ສົງຄາມ ຢູ່ Lincolnshire, East England ​ເມື່ອ​ວັນ​ທີ 27/4, ​ແນ​ໃສ່ຄັດຄ້ານ​ກອງທັບ​ອາກາດ​ລາຊະ​ວົງ ອັງກິດ (ຫຼື RAF) ນຳ​ໃຊ້​ບັນດາ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຢູ່ ອາ​ບກາ​ນິດ​ສະຖານ. ບັນດາ​ຜູ້​ເຂົ້າ​ຮ່ວມ ​ໄດ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່ລຽບ​ຕາມ​ຖະໜົນ​ສາຍ​ຕົ້ນ​ຕໍ່​ທີ່​ພາ​ໄປ​​ເຖິງຫາ​ຖາ​ນທີ່​ໝັ້ນ Waddington ຂ​ອງ RAF, ຮ້ອງ​​ໂຮ​ຄຳ​ຂວັນຄັດຄ້ານ​ສົງຄາມ ​ແລະ ຍົກ​ປ້າຍຄຳ​ຂວັນ “ປະຊາຊົນ ອາບກາ​ນິດ​ສະຖານ ​ແຕ່ລະຄົນ​ລ້ວນ​ແຕ່​ມີ​ຊື່ ​ແລະ ນາມສະກຸນ​. ສົງຄາມ​ບໍ່​ແມ່ນ​ການ​ຫຼິ້ນ​ ​ເກ​ມ”. ການ​ແຫ່​ຂະ​ບວນປະ​ທ້ວງ​ຖືກ​ດຳ​ເນີນ​ໄປ​ພາຍຫຼັງ​ກະຊວງ​ປ້ອງ​ກັນ​ປະ​ເທດ ອັງກິດ ຮັບ​ຮູ້​ວ່າ: ​ເຮືອບິ​ນບໍ່​ມີ​ຄົນ​ຂັບ Reapers ຂອງ RAF ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​​ເພື່ອໜູນ​ຊ່ວຍ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ ຢູ່ ອາບ​ກາ​ນິດ​ສະຖານ (ຫຼື ISAF), ​ແລະ ທະຫານ​ບົກ ອາບ​ກາ​ນິດ​ສະຖານ. ຕາມ​ກະຊວງ​ປ້ອງກັນ​ປະ​ເທດ ອັງກິດ ​ແລ້ວ, ບັນດາ​ເຮືອບິນ​ດັ່ງກ່າວ​ປະຕິບັດ​ໜ້າ​ທີ່​ຕິດຕາມ​ກວດກຢູ່​ຜືນ​ແຜ່ນ​ດິນ​ ອາບ​ກາ​ນິດ​ສະຖານ, ​ແລະ ບໍ່​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ໃດໆ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາ​ມ, ບັນດາ​ຜູ້​ຄັດຄ້ານ​ຖື​ວ່າ: ບັນດາ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ນີ້​ອາດ​ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ, ກໍ່​ຄວາມ​ລົ້ມ​ຫາຍ​ຕາຍ​ຈາກ​​ໃຫ້​ສາມັນ​ຊົນ.

ຂ່າວ/ບົດ​ອື່ນ