ການແຫ່ຂະບວນຄັດຄ້ານໝາກຜົນການເລືອກຕັ້ງຂັ້ນທ້ອງຖີ່ນຢູ່ຕວກກີ

ການແຫ່ຂະບວນຄັດຄ້ານໝາກຜົນການເລືອກຕັ້ງຂັ້ນທ້ອງຖີ່ນຢູ່ຕວກກີ - ảnh 1
ຜູ້ມີສິດເລືອກຕັ້ງໄປປ່ອນບັດເມື່ອວັນທີ 30/3 ຢູ່ Istanbul
(ພາບ: AFP/TTXVN)

(vovworld) – ວັນ​ທີ 1/4, ປະຊາຊົນ​ນັບ​ພັນ​ຄົນ​ຂຶ້ນ​ກັບ​ຝ່າຍ​ຄ້ານ​ຢູ່​ຕວກກີ ​ໄດ້​ຈັດການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນອກສຳນັກງານ​ສະພາ​ເລືອກ​ຕັ້ງ​ສູ​ງສຸດ​ຢູ່​ນະຄອນຫຼວງ Ankara, ​ເພື່ອຄັດຄ້ານ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ທ້ອງ​ຖີ່​ນຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 30/3, ຕາມ​ນັ້ນ​ແລ້ວ​ໄຊຊະນະ​ຂຶ້ນ​ກັບ​ພັກ​ຍຸຕິ​ທຳ ​ແລະ ພັດທະນາ (AKP) ກຳ​ອຳ​ນາດ​ຂອງ​ທ່ານ​ນາຍົກລັດຖະມົນຕີ Recep Tayyip Erdogan. ຕຳຫຼວດ​ຕ້ານ​ການ​ຈາລະ​ຈົນ​ຕ້ອງ​ນຳ​ໃຊ້​ທໍ່​ສິດ​ນ້ຳ​ເພື່ອ​ຍຸບ​ເລີກ​ຂະ​ບວນ​ແຫ່. ບັນ​ດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຖື​ວ່າ ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ລະ​ເມີດ​ຂໍ້​ກຳນົດ​ຂອງ​ກົດໝາຍ, ​ເຂົາ​ເຈົ້າ​ໄດ້​ເຕົ້າ​ໂຮມ ​ແລະ ຮ້ອງ​ໂຮ​ບັນດາ​ຄຳ​ຂວັນ​ຄັດຄ້ານ ​ແລະ ຕ້ານ​ນາຍົກລັດຖະມົນຕີ Erdogan.

    ກ່ອນ​ນັ້ນ 3 ວັນ​, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕວກກີ​ກ່ວາ 50 ລ້ານ​ຄົນ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ເພື່ອ​ເລືອກ​ຕັ້ງ​ບັນດາ​ຕຳ​ແໜ່​ງ​ເຈົ້າ​ຄອງ​ນະຄອນ ​ແລະ ບັນດາ​ສະມາຊິກ​ສະພາ​ທ້ອງ​ຖີ່​ນ​ໃນ​ການ​ແກງ​ແຍ້​ງລະຫວ່າງ​ພັກ AKP ​ຂອງທ່ານ Erdogan ກັບ​ບັນດາ​ກຸ່ມປະຊາທິປະ​ໄຕ ​ແລະ ກຸ່ມ​ຈຳນວນ​ໜຶ່ງ​ອື່ນໆ​ອີກ. ໝາກຜົນ​ຂອງ​ການກວດ​ບັດ​ໃຫ້​ເຫັນ​ວ່າ: AKP ສືບ​ຕໍ່​​ຄວບ​ຄຸມ 2 ນະຄອນ​ໃຫຍ່​ທີ່​ສຸດ​ແມ່ນ Istanbul ​ແລະ Ankara. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຝ່າຍ​ຄ້ານ​ຖະ​ແຫຼ​ງຈະ​​ທວງ​ໃຫ້​ນັບ​ບັດ​ເລືອກ​ຕັ້ງ​ຄືນ​ໃໝ່.



ຂ່າວ/ບົດ​ອື່ນ