ການແຫ່ຂະບວນປະທ້ວງ ຢູ່ ປອກຕຸຍການ ຄັດຄ້ານບັນດາມາດຕະການ ຮັດເຂັ້ມຄັດ

ການແຫ່ຂະບວນປະທ້ວງ ຢູ່ ປອກຕຸຍການ ຄັດຄ້ານບັນດາມາດຕະການ ຮັດເຂັ້ມຄັດ - ảnh 1
ການ​ແຫ່ຂະບວນປະທ້ວງຢູ່ນະຄອນ Lisbon ວັນທີ 2/3
(ພາບ: ສຳນັກຂ່າວສານຊິນຮວາ/ສຳນັກຂ່າວສານ ຫວຽດນາມ)

(vovworld) – ວັນ​ທີ 2/3, ປະຊາຊົນ​ນັບ​ແສນ​ຄົນ ​ໄດ້​ລົງ​ຖະໜົນ​ສາຍ​ຕ່າງໆ​ຢູ່​ນະຄອນຫຼວງ Lisbon ຂອງ​ປະ​ເທດ ປອກຕຸຍ​ການ ​ແລະ ນະຄອນ​ຫຼາຍ​ແຫ່ງ​ອື່ນໆ ​ເພື່ອ​ຄັດຄ້ານ​ບັນດາ​ມາດ​ຕະການ “ຮັດ​ເຂັ້ມ​ຄັດ” ​ເຊິ່ງລັດຖະບານ​ປະ​ເທດ​ນີ້ ພວມ​ປະຕິບັດ​ເພື່ອ​ແລນ​​ເອົາ​ບ້ວງ​ເງິນ​ໜູນ​ຊ່ວຍ​ຈາກ​ສະຫະພາບ ​ເອີ​ລົບ (ຫຼື EU) ​ແລະ ກອງ​ທຶນ​ເງິນຕາ​ສາກົນ (ຫຼື IMF). ບັນດາ​ຜູ້ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ມີ​ປະຊາຊົນ​ປະມານ 500.000 ຄົນ ​ໄດ້​ເດີນ​ຂະ​ບວນ ຢູ່ Lisbon ​ໃນ​ຂະນະ​ນັ້ນມີ​ປະມານ 400.000 ຄົນ ​ໄດ້​ເດີນ​ຂະ​ບວນຢູ່​ນະຄອນ​ໃຫຍ່ Porto ທາງ​ພາກ​ເໜືອ​. ການ​​ແຫ່​ຂະ​ບວນປະ​ທ້ວງຄັ້ງ​ນີ້​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຄູ​ອາຈານ, ພາລະ​ກອນ​ຂະ​ແໜງ​ສາທາລະນະ​ສຸກ ​ແລະ ຜູ້​ກິນ​ເບ້ຍ​ບຳນານ ​ເປັນ​ຈຳນວນ​ຫຼວງ​ຫຼາຍ - ​ເຊິ່ງ​ແມ່ນ​ບັນດາ​​ເປົ້າ​ໝາຍ​ຖືກ​ຮັບ​ຜົນ​ສະ​ທ້ອນ​ຫຼາຍ​ຈາກ​ແຜນການ​ຫຼຸດຜ່ອນ​ງົບປະມານ​ຂອງ​ລັດຖະບານ.

ຂ່າວ/ບົດ​ອື່ນ