ການແຫ່ຂະບວນປະທ້ວງ “ເສື້ອເຫລືອງ” ເກີດຂຶ້ນຄືນອີກຢູ່ ຝຣັ່ງ

(VOVWORLD) -  ວັນທີ 09 ກຸມພາ, ຜູ້ແຫ່ຂະບວນປະທ້ວງ “ເສື້ອເຫຼືອງ” ນັບພັນໆຄົນ ພັດສືບຕໍ່ເດີນຂະບວນຢູ່ນະຄອນຫລວງ ປາຣີ ແລະ ບັນດານະຄອນໃຫຍ່ອື່ນໆໃນອາທິດແຫ່ຂະບວນປະທ້ວງທີ 13 ແນໃສ່ຄັດຄ້ານລັດຖະບານຂອງທ່ານປະທານາທິບໍດີ Emmanuel Macron.
ການແຫ່ຂະບວນປະທ້ວງ “ເສື້ອເຫລືອງ” ເກີດຂຶ້ນຄືນອີກຢູ່ ຝຣັ່ງ - ảnh 1ການແຫ່ຂະບວນປະທ້ວງ “ເສື້ອເຫລືອງ” ເກີດຂຶ້ນຄືນອີກຢູ່ ຝຣັ່ງ (ພາບ:  AFP/ TTXVN)

ຕາມບົດລາຍງານຂອງຕຳຫລວດແລ້ວ, ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງນັບພັນໆຄົນໄດ້ເດີນຂະບວນຢູ່ອ້ອມແອ້ມຖະໜົນ Champs Elysees ຢູ່ນະຄອນຫລວງ ປາຣີ, ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບຕ້ອງນຳໃຊ້ບັນດາມາດຕະການຮຸນແຮງເພື່ອຄວບຄຸມສະພາບການ.

        ຕາມແຈ້ງການຂອງກະຊວງພາຍໃນ ຝຣັ່ງ ແລ້ວ, ມີປະມານ 8.000 ຄົນໄດ້ເຂົ້າຮ່ວມບັນດາການແຫ່ຂະບວນປະທ້ວງຢູ່ບັນດານະຄອນຊານນະຄອນຫລວງ ປາຣີ.

 

ຕອບກັບ

ຂ່າວ/ບົດ​ອື່ນ