ການແຫ່ຂະບວນຢູ່ຫລາຍປະເທດ ເນື່ອງໃນໂອກາດວັນກຳມະກອນສາກົນ 1/5

ການແຫ່ຂະບວນຢູ່ຫລາຍປະເທດ  ເນື່ອງໃນໂອກາດວັນກຳມະກອນສາກົນ 1/5 - ảnh 1
ການແຫ່ຂະບວນເນື່ອງ​ໃນ​ໂອກາດ​ວັນ​ກຳມະກອນ​ສາກົນ 1/5 ເພື່ອຮຽກຮ້ອງເພີ່ມເງິນເດືອນ
ພາບ:internet

 (vovworld) -  ຄົນ​ງານ​ນັບ​ລ້ານ​ໆຄົນ​​ໃນ​ທົ່ວໂລກ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເນື່ອງ​ໃນ​ໂອກາດ​ວັນ​ກຳມະກອນ​ສາກົນ 1/5. ຢູ່ ອິນ​ໂດ​ເນ​ເຊຍ, ມີ​ກຳມະ​ກອນ​ກວ່າ 9000 ຄົນ ​ໄດ້​​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ ​ໂດຍ​ສະຫະ​ສະມາຄົມ​ການ​ຄ້າ ​ແລະ ບັນດາ​ພັກ​ຝ່າຍ​ຊ້າຍ​ຈັດ​ຕັ້ງ ຢູ່​ນະຄອນຫລວງ ຢາ​ກາກຕາ ​​ເພື່ອຮຽກຮ້ອງ​ໃຫ້​ປັບ​ປຸງ​ເງື່ອນ​ໄຂ​ເຮັດ​ວຽກ ​ແລະ ​ເພີ່ມ​ເງິນ​ເດືອນ. ຢູ່ ຟິລີບ​ປີນ, ມີ​ກຳມະກອນ​ປະມານ 3000 ຄົນ​ໄດ​້​ເຂົ້າ​ຮ່ວມການ​ແຫ່​ຂະ​ບວນ​ຕາມຖະຫນົນ​ສາຍ​ຕ່າງໆ​ຢູ່ ນະຄອນຫລວງ ມາ​ນີລາ ​ໂດຍ​ຮຽກຮ້ອງ​ໃຫ້​ຮັບປະກັນ​ສິດຜົນ​ປະ​ໂຫຍ​ດ ​ແລະ ​ເງື່ອນ​ໄຂ​ເຮັດ​ວຽກ​ຂອງ​ຄົນ​ງານ​ໃຫ້ດີກ​ວ່າຄື: ​ເພີ່ມ​ເງິນ​ເດືອນ​​ໂດຍທັນ​ທີ ​ແລະ ຕໍ່ສູ້​ເພື່ອ​ລັດທິສັງຄົມ​ນິຍົມ. ຢູ່ ອົດ​ສະ​ຕາ​ລີ ປະຊາຊົນ​ນັບ​ພັນໆ​ຄົນ ກໍອອກສຽງຮຽກຮ້ອງ​ລັດຖະບານ​ປະ​ເທດ​ນີ້ ນຳ​ໃຊ້​ບັນດາ​         ມາ​ດຕະການ​ຄວບ​ຄຸມຂະ​ແຫນງ​ຂຸດ​ຄົ້ນຖ່ານ​ຫີນຢ່າງ​ເຂັ້ມ​ງວດ​ກວ່າ. ຢູ່​ບັນດາ​ປະ​ເທດ​ ​ແລະ ​ເຂດ​ແຄວ້ນ​ຢູ່ ອາຊີ ຄື: ອິນ​ເດຍ, ບັງ​ກະລາ​ເທດ, ກຳປູ​ເຈຍ, ມາ​ເລ​ເຊຍ, ຮົ່ງກົງ ​ແລະ ​ໄຕ້​ຫວັນ ກໍ​​ໄດ້​ດຳ​ເນີນ​ບັນດາ​ການ​ແຫ່​ຂະ​ບວນ​ເຊັ່ນ​ດຽວ​ກັນ ​ດ້ວຍ​ຄຳ​ຂວັນ​ຮຽກຮ້ອງ​​ໃຫ້ເພີ່ມ​ເງິນ​ເດືອນ​ພື້ນຖານ ​ແລະ ປົກ​ປ້ອງ​ຄົນ​ງານ.

ຂ່າວ/ບົດ​ອື່ນ