ການ​ໂອ້​ລົມ​ສົ​ນ​ທະ​ນາ ລະ​ຫວ່າງ EAEU - ອາ​ຊຽນ ຢູ່ ເວ​ທີ​ປາ​ໄສ​ເສດ​ຖະ​ກິດສາ​ກົນ St.Petersburg

(VOVWORLD) -   ສ່ວນທ່ານ Sergey Glazyev  ຮອງລັດຖະມົນຕີກະຊວງອຸດສາກະກຳ ແລະ ການຄ້າ ສະຫະພັນ ລັດເຊຍ ຖືວ່າ ສອງຝ່າຍ ຕ້ອງຫັນການຄ້າເປັນຫຼາຍຮູບແບບ ເພື່ອພັດທະນາແບບຍືນຍົງ. ທ່ານກໍ່ສະເໜີການຮ່ວມມືໃນຂົງເຂດການແພດ, ເຊິ່ງໃນຈຸດເວລາປັດຈຸບັນແມ່ນການຮ່ວມມືທີ່ກ່ຽວຂ້ອງເຖິງ ວັກຊິນ Sputnik V ກັນໂຄວິດ - 19 ຂອງ ລັດເຊຍ.

ວັນທີ 3 ມິຖຸນາ, ໃນຂອບເຂດມື້ເຮັດວຽກທີ 2 ຂອງເວທີປາໄສເສດຖະກິດສາກົນ St.Petersburg (SPIEF 2021) ໄດ້ດຳເນີນການໂອ້ລົມສົນທະນາດຳເນີນທຸລະກິດ ລະຫວ່າງ ສະຫະພາບເສດຖະກິດ ອາຊີ - ເອີລົບ (EAEU) ແລະ ອາຊຽນ. ນີ້ແມ່ນການໂອ້ລົມສົນທະນາໜຶ່ງດຽວຢູ່ SPIEF 2021 ຂອງ 2 ພາກພື້ນ ໂດຍໄດ້ຮັບການຈັດຂຶ້ນຕາມຮູບການທາງອອນລາຍ  ແລະ ໂດຍກົງ ພາຍໃຕ້ການບໍລິຫານຂອງທ່ານ Ivan Polyakov, ປະທານສະພາທຸລະກິດ ລັດເຊຍ - ອາຊຽນ.

ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງກຸ່ມ, ທ່ານ Sergey Glazyev, ສະມາຊິກສະພາລັດຖະມົນຕີຮັບຜິດຊອບການເຊື່ອມໂຍງ ແລະ ເສດຖະກິດມະຫາພາກ ຂອງຄະນະກຳມະການເສດຖະກິດ ອາຊີ - ເອີລົບ ໄດ້ໃຫ້ຂໍ້ສັງເກດວ່າ ອາຊຽນ ແມ່ນພາກພື້ນທີ່ມີລະດັບການພັດທະນາເສດຖະກິດສູງ ພ້ອມທັງການພັດທະນາວິທະຍາສາດເຕັກນິກຢ່າງແຮງ ກໍ່ນຳມາເຊິ່ງກາລະໂອກາດພັດທະນາໃໝ່ຢ່າງຫຼວງຫຼາຍ. ເພາະສະນັ້ນ, ທ່ານສະເໜີໃຫ້ສ້າງຕັ້ງເຂດບຸລິມະສິດທາງການຄ້າ ລະຫວ່າງ EAEU - ອາຊຽນ.

        ກ່າວຄຳເຫັນຕາມຮູບການທາງອອນລາຍ, ທ່ານ Dato Lim Jock Hoi ເລຂາທິການໃຫຍ່ ອາຊຽນ ໃຫ້ຮູ້ວ່າ ອາຊຽນ ຖືການຟື້ນຟູແບບຍືນຍົງ, ມຸ່ງໄປສູ່ທິດພັດທະນາແບບຍືນຍົງ ແລະ ສີວິໄລ ເປັນສຳຄັນ ເພາະສະນັ້ນ ທ່ານ ກໍ່ສະແດງຄວາມເຊື່ອໝັ້ນວ່າ ການຫັນເປັນດີຈີຕອນ ແລະ ການພັດທະນາແບບຍືນຍົງ, ກໍ່ຄືການເຕີບໂຕຂຽວ ແມ່ນ ບັນດາແງ່ມູມບານພັບ ທີ່ອາດສາມາດເຮັດໃຫ້ 2 ກຸ່ມ ເພີ່ມທະວີການຮ່ວມມື.

        ສ່ວນທ່ານ Sergey Glazyev  ຮອງລັດຖະມົນຕີກະຊວງອຸດສາກະກຳ ແລະ ການຄ້າ ສະຫະພັນ ລັດເຊຍ ຖືວ່າ ສອງຝ່າຍ ຕ້ອງຫັນການຄ້າເປັນຫຼາຍຮູບແບບ ເພື່ອພັດທະນາແບບຍືນຍົງ. ທ່ານກໍ່ສະເໜີການຮ່ວມມືໃນຂົງເຂດການແພດ, ເຊິ່ງໃນຈຸດເວລາປັດຈຸບັນແມ່ນການຮ່ວມມືທີ່ກ່ຽວຂ້ອງເຖິງ ວັກຊິນ Sputnik V ກັນໂຄວິດ - 19 ຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ