ການ​ໂອ້​ລົມ​ສົນ​ທະ​ນາ “ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ວຽກ​ງານ​ສື່ມວນ​ຊົນ​ທີ່​ປອດ​ໄພ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດໂຄວິດ - 19”

(VOVWORLD) -ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງຜູ້ອຳນວຍການ ສະຖານີ ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫ໋ຽນ ເນັ້ນໜັກວ່າ: ຫວຽດນາມ ແລະ ອິນໂດເນເຊຍ ກໍ່ຄືທົ່ວໂລກ ໄດ້ຜ່ານຜ່າການຕໍ່ສູ້ກັບໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີແລ້ວ ແລະ ແມ່ນກຳລັງແນວໜ້າໃນການສື່ຂ່າວກ່ຽວກັບໂລກລະບາດໂຄວິດ - 19 ໄປເຖິງມະຫາຊົນ.
ການ​ໂອ້​ລົມ​ສົນ​ທະ​ນາ “ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ວຽກ​ງານ​ສື່ມວນ​ຊົນ​ທີ່​ປອດ​ໄພ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດໂຄວິດ - 19” - ảnh 1ທ່ານຮອງຜູ້ອຳນວຍການ ສະຖານີ ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫ໋ຽນ

“ນັກຂ່າວເມື່ອປະຕິບັດວຽກງານສື່ມວນຊົນໃນໄລຍະເກີດໂລກລະບາດໂຄວິດ - 19 ຍາມໃດກໍ່ຕ້ອງຮັບປະກັນມີຊຸດປ້ອງກັນຕົນເອງ ແລະ ເຄື່ອງຈັກ, ວັດຖຸອຸປະກອນຢ່າງຄົບຖ້ວນ”. ນີ້ແມ່ນການແບ່ງປັນຂອງບັນດານັກຂ່າວ ທີ່ການໂອ້ລົມສົນທະນາທາງໄກ “ແບ່ງປັນບົດຮຽນປະສົບການປະຕິບັດວຽກງານສື່ມວນຊົນ ໃນໄລຍະເກີດໂລກລະບາດໂຄວິດ - 19” ໂດຍ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ສົມທົບ ກັບ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ອິນໂດເນເຊຍ ທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 29 ກັນຍາ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງຜູ້ອຳນວຍການ ສະຖານີ ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫ໋ຽນ ເນັ້ນໜັກວ່າ: ຫວຽດນາມ ແລະ ອິນໂດເນເຊຍ ກໍ່ຄືທົ່ວໂລກ ໄດ້ຜ່ານຜ່າການຕໍ່ສູ້ກັບໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີແລ້ວ ແລະ ແມ່ນກຳລັງແນວໜ້າໃນການສື່ຂ່າວກ່ຽວກັບໂລກລະບາດໂຄວິດ - 19 ໄປເຖິງມະຫາຊົນ. ວິວັດການປະຕິບັດໜ້າທີ່ ໃນໄລຍະເກີດໂລກລະບາດໂຄວິດ - 19 ກໍ່ໄດ້ຊ່ວຍບັນດານັກຂ່າວ ມີບົດຮຽນຫຼາຍຢ່າງໃນການປະຕິບັດໜ້າທີ່ຢູ່ສະຖານທີ່ທີ່ມີຄວາມສ່ຽງສູງ, ໂຄສະນາເຜີຍແຜ່ຂ່າວກ່ຽວກັບສະພາບການໂລກລະບາດໂຄວິດ - 19ຢ່າງຕິດແທດ.

ທີ່ການໂອ້ລົມສົນທະນາ, ບັນດານັກຂ່າວ ຂອງສະຖານີວິທະຍຸກະຈາຍສຽງ ຫວຽດນາມ ແລະ ຄູ່ຮ່ວມງານຂອງ ສະຖານີວິທະຍຸກະຈາຍສຽງ ອິນໂດເນເຊຍ ໄດ້ແບ່ງປັນກ່ຽວກັບວິວັດການປະຕິບັດໜ້າທີ່ ໃນໄລຍະເກີດໂລກລະບາດໂຄວິດ - 19. ໃນນັ້ນ, ສຳລັບນັກຂ່າວແຕ່ລະຄົນ ເມື່ອມາເຂດທີ່ມີຜູ້ຕິດເຊື້ອໂຄວິດ - 19, ຫຼືມີຄວາມສ່ຽງມີເກີດໂລກລະບາດ ລ້ວນແຕ່ໄດ້ຮັບການປະກອບວັດຖຸອຸປະກອນການແພດ, ຮັບປະກັນເອກະສານໜັງສືປະຈຳຕົວ, ລະບຽບການຢ່າງຄົບຖ້ວນ ເມື່ອມາບັນດາສຳນັກງານສິດອຳນາດ ຫຼື ໃນການເດີນທາງໄປມາ.

ຕອບກັບ

ຂ່າວ/ບົດ​ອື່ນ