ການໂອ້ລົມສົນທະນາການນຳໜຸ່ມ ຫວຽດນາມ - ສິງກະໂປ ປີ 202

(VOVWORLD) - ດ້ວຍຫົວຂໍ້ “ໄວໜຸ່ມປະຈັນບານນະວັດຕະກຳເພື່ອປ່ຽນແປງ”, ການໂອ້ລົມສົນທະນາເພື່ອເພີ່ມທະວີການພົວພັນ 2 ຝ່າຍ ສິງກະໂປ - ຫວຽດນາມ
ການໂອ້ລົມສົນທະນາການນຳໜຸ່ມ ຫວຽດນາມ - ສິງກະໂປ ປີ 202 - ảnh 1ຄາດວ່າ, ເວລາຈັດການໂອ້ລົມສົນທະນາແຕ່ວັນທີ 19 – 26 ສິງຫາ
(ພາບ: doanthanhnien.vn)

        ໃນເດືອນ ສິງຫາ ຈະມາເຖິງ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ສົມທົບກັບສະພາຊາວໜຸ່ມແຫ່ງຊາດ ສິງກະໂປ ຈັດການໂອ້ລົມສົນທະນາການນຳໜຸ່ມ ຫວຽດນາມ - ສິງກະໂປ. ນີ້ແມ່ນຂໍ້ມູນໂດຍສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ປະກາດໃນວັນທີ 07 ມິຖຸນາ.

        ຄາດວ່າ, ເວລາຈັດການໂອ້ລົມສົນທະນາແຕ່ວັນທີ 19 – 26 ສິງຫາ, ໃນນັ້ນ, ຢູ່ ສິງກະໂປ ແຕ່ວັນທີ 19 – 22 ສິງຫາ ແລະ ຢູ່ ຮ່າໂນ້ຍ ແຕ່ວັນທີ 23 – 26 ສິງຫາ. ດ້ວຍຫົວຂໍ້ “ໄວໜຸ່ມປະຈັນບານນະວັດຕະກຳເພື່ອປ່ຽນແປງ”, ການໂອ້ລົມສົນທະນາເພື່ອເພີ່ມທະວີການພົວພັນ 2 ຝ່າຍ ສິງກະໂປ - ຫວຽດນາມ ຜ່ານການຊຸກຍູ້ຄວາມສາມັກຄີ ແລະ ພົບປະແລກປ່ຽນວັດທະນະທຳລະຫວ່າງບັນດາການນຳໜຸ່ມຂອງ 2 ປະເທດ; ພ້ອມທັງ, ຍົກສູງຄວາມເຂົ້າໃຈ ແລະ ບົດບາດຂອງການນຳໜຸ່ມໃນການປ່ຽນແປງໃໝ່ປະດິດຄິດສ້າງ, ການສ້າງສັນເພື່ອອະນາຄົດລວມ, ແບ່ງປັນບົດຮຽນຂອງການນຳໜຸ່ມ 2 ປະເທດໃນຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ