ການ​ໂອ້​ລົມ​ສົນ​ທະ​ນານະ​ໂນ​ຍາຍ​ປ້ອງ​ກັ​ນ​ຊາດລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ຄັ້ງ​ທີ 2

(VOVWORLD) -ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ຕີລາຄາສູງ ໝາກຜົນຂອງກອງປະຊຸມຄັ້ງທີ 4 ຂອງ ກຸ່ມເຮັດວຽກຮ່ວມ ກ່ຽວກັບການຮ່ວມມື ການທະຫານ - ປ້ອງກັນຊາດ ເຊິ່ງດຳເນີນໃນວັນທີ 29 ກັນຍາ 2021 ແລະ ວາລະແລກປ່ຽນກ່ຽວກັບການຮ່ວມມືອຸດສາຫະກຳ ປ້ອງກັນຊາດ ຄັ້ງທີ 2 ເຊິ່ງດຳເນີນໃນວັນທີ 30 ກັນຍາ 2021.
ການ​ໂອ້​ລົມ​ສົນ​ທະ​ນານະ​ໂນ​ຍາຍ​ປ້ອງ​ກັ​ນ​ຊາດລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ຄັ້ງ​ທີ 2 - ảnh 1ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມການໂອ້ລົມສົນທະນາ (ພາບ: qdnd.vn)

ຕອນເຊົ້າວັນທີ 14 ຕຸລາ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫົວໜ້າຄະນະຜູ້ແທນ ຫວຽດນາມ ແລະ ທ່ານພົນຕີ Donny Ermawant Taufanto, ເລຂາທິການໃຫຍ່ ກະຊວງປ້ອງກັນປະເທດ, ຫົວໜ້າຄະນະຜູ້ແທນ ອິນໂດເນເຊຍ ເປັນປະທານຮ່ວມ ການໂອ້ລົມສົນທະນານະໂນຍາຍປ້ອງກັນຊາດລະຫວ່າງ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ 2 ຕາມຮູບການທາງໄກ.

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ຕີລາຄາສູງ ໝາກຜົນຂອງກອງປະຊຸມຄັ້ງທີ 4 ຂອງ ກຸ່ມເຮັດວຽກຮ່ວມ ກ່ຽວກັບການຮ່ວມມື ການທະຫານ - ປ້ອງກັນຊາດ ເຊິ່ງດຳເນີນໃນວັນທີ 29 ກັນຍາ 2021 ແລະ ວາລະແລກປ່ຽນກ່ຽວກັບການຮ່ວມມືອຸດສາຫະກຳ ປ້ອງກັນຊາດ ຄັ້ງທີ 2 ເຊິ່ງດຳເນີນໃນວັນທີ 30 ກັນຍາ 2021. ໂດຍຢັ້ງຢືນວ່າ ເຖິງວ່າໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນກໍ່ຕາມ ແຕ່ການຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາ ສອງຝ່າຍສືບຕໍ່ຮັກສາ ແລະ ຜັນຂະຫຍາຍ ຢ່າງມີໄຫວພິບ ດ້ວຍຮູບການທີ່ເໝາະສົມ, ບັນລຸໄດ້ໝາກຜົນທີ່ຕັ້ງໜ້າເປັນຕົ້ນແມ່ນ ຮັກສາກົນໄກເຮັດວຽກຮ່ວມກ່ຽວກັບການຮ່ວມມືໃນຂົງເຂດຝຶກແອບ, ບຳລຸງສ້າງ ຢ່າງມີປະສິດທິຜົນ; ສົມທົບກັນ ແລະ ປຶກສາຫາລືກັນຢ່າງແໜ້ນແຟ້ນ ໃນກົນໄກ, ເຫດການຫຼາຍຝ່າຍ.

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ແກ້ໄຂບັນດາການຂັດແຍ່ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ