ການໂອ້ລົມສົນທະນາວິສາຫະກິດກ່ຽວກັບການຮ່ວມມືເສດຖະກິດຫວຽດນາມ-ເຊັກ

ການໂອ້ລົມສົນທະນາວິສາຫະກິດກ່ຽວກັບການຮ່ວມມືເສດຖະກິດຫວຽດນາມ-ເຊັກ - ảnh 1
ການໂອ້ລົມສົນທະນາວິສາຫະກິດກ່ຽວກັບການຮ່ວມມື
ເສດຖະກິດຫວຽດນາມ-ເຊັກ
(ພາບ: quehuongonline.vn)

(vovworld) – ວັນ​ທ​ີ 10/3, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ. ເຊັກ ເຈືອງ​ແມ້ງ​ເຊີນ ເປັນ​ປະ​ທານ​ການ​ພົບ​ປະ​ໃນ​ຕົ້ນ​ລະ​ດູ​ບານ​ໃໝ່​ກັບ ນັກ​ທຸ​ລະ​ກິດ​ທີ່​ດີ​ເດັ່ນ​ຂອງ​ປະ​ຊາ​ຄົມ ຊາວ ຫວຽດ​ນາມ 20 ຄົນ ເພື່ອ​ແນ​ໃສ່​ຊອກ​ຫາ​ບັນ​ດາ​ວິ​ທີ​ຜັນ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ຕໍ່​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ​ກ່​ວາ​ອີກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຈືອງ​ແມ້ງ​ເຊີນ, ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ແລ​ະ ສ​. ເຊັກ ເອົາ​ໃຈ​ໃສ່​ເຖິງ​ຕະຫຼາດ​ຂອງ​ກັນ​ທີ່​ສຸດ, ພື້ນ​ຖານ​ເສດ​ຖະ​ກິດ​ຂອງ 2 ປະ​ເທດ​ບໍ່​ມີ​ລັກ​ສະ​ນະ​ແກ້ງ​ແຍ້ງ ຫາກ​ມີ​ພຽງ​ການ​ຊ່ວຍ​ເຫຼືອ​ກັນ​ເທົ່າ​ນັ້ນ. ໃນ​ຍຸດ​ທະ​ສາດ​ສົ່ງ​ອອກ - ນຳ​ເຂົ້າ​ຮອດ​ປີ 2020, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ເຊັກ ຈັດ​ ຫວຽດ​ນາມ ນອນ​ໃນ 12 ຕະຫຼາດ​ໄດ້​ຮັບ​ການ​ບຸ​ລິ​ມະ​ສິດ ແລະ ແມ່ນ​ປະ​ເທດ ອາ​ຊີ​ໜຶ່ງ​ດ່ຽວນອນ​ໃນ​ບັນ​ຊີ​ລາຍ​ຊື່ນີ້. ສ່ວນ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວຽດ​ນາມ ກໍ່​​ປະ​ກາດເພີ່ມ​​ຕະຫຼາດ​ ເຊັກ​ ເຂົ້າ​ບັນ​ຊີ​ລາຍ​ຊື່​ຕະຫຼາດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຈືອງ​ແມ້ງ​ເຊີນ ຢັ້​ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຢູ່ ສ. ເຊັກ ໃນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ ແລະ ໃສ່ໃຈ​​ກ່ຽວ​ກັບເລື່ອງ​ການ​ສ້າງ​ຕັ້ງ​ສູນ​ສົ່ງ​ເສີມ​ການ​ຄ້າ ຫວຽດ​ນາມ - ເຊັກ ຢູ່ Praha ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ດ້ານການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ສ. ເຊັກ.

ຕອບກັບ

ຂ່າວ/ບົດ​ອື່ນ