ການໂອ້ລົມສົນທະນາໂດຍກົງກັບປະຊາຊົນລັດເຊຍຂອງທ່ານປະທານາທິບໍດີPutinດຳເນີນໄປໃນວັນທີ16/4

ການໂອ້ລົມສົນທະນາໂດຍກົງກັບປະຊາຊົນລັດເຊຍຂອງທ່ານປະທານາທິບໍດີPutinດຳເນີນໄປໃນວັນທີ16/4 - ảnh 1
​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ​ລັດ​ເຊຍ Vladimir Putin

(vovworld) – ການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ປະ​ຈ​ຳ​ປີ​ລະ​ຫວ່າງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ​ລັດ​ເຊຍ Vladimir Putin ກັບ​ປະ​ຊາ​ຊົນ ລັດ​ເຊຍ ໄດ້​​ດຳ​ເນີນ​ໄປ​ໃນ​ເວ​ລາ 12 ໂມງ​ຕອນ​ທ່ຽງ (ຕາມ​ເວ​ລາ ມົດ​ສ​ກູ). ມື້​ວານນີ້​ແມ່ນມື້​ສຸດ​ທ້າຍ​ທີ່ຮັບ​ບັນ​ດາ​ຄຳ​ຖາມ​ຂອງ​ປະ​ຊາ​ຊົນ ລັດ​ເຊຍ ຝ​າກ​ເຖິງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ດ້ວຍ​ໂທ​ລະ​ສັບ, ອິນ​ເຕີ​ເນັດ, ອີ​ແມວ, ຂໍ້​ຄວາມ ແລ​ະ ໂທ​ລະ​ພາບ​… ຈຳ​ນວນ​ຄຳ​ຖາມ​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ, ​ດ້ວຍກ່​ວາ 1 ລ້ານ 700.000 ຄຳ​ຖາມ ແລະ ໄດ້​ເຕື້ອງ​ເຖິງ​ທຸກໆ​ຂົງ​ເຂດ​ໃຫຍ່ ແລະ ນ້ອຍ, ລະ​ອຽດ​ທີ່​ສຸດ. ແລ​ະ​ຈຳ​ນວນ​ຄຳ​ຖາມນີ້​ຈະ​ເພີ່ມ​ຂຶ້ນ ເມື່ອ​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ ໃນ​ເວ​ລາ 12 ໂມງຕອນ​ທ່ຽງ ວັນ​ທີ 16/4. ປະ​ຊາ​ຊົນ ລັດ​ເຊຍ ພວມສົນ​ໃຈ​ກັບ​ບັນ​ດາ​ບັນ​ຫາ​ຮັບ​ປະ​ກັນ​ຊີ​ວິດ, ສັງ​ຄົມ ໃນ​ສະ​ພາບ​ປະ​ເທດ ລັດ​ເຊຍ ພວມ​ຖືກ​ປິດ​ລ້ອມ, ຖືກ​ຂວ້ຳ​ບາດ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ໃນ​ໄລ​ຍະ​ຜ່ານ​ມາ. ບັນ​ດາ​ຄຳ​ຖາມ​ໄດ້​ສຸມ​ໃສ່​ໃຫ້​ເນື້ອ​ໃນ​ກ່ຽວ​ກັບ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ເສດ​ຖະ​ກິດ​ຕ້ານ​ລັດ​ເຊຍ, ອະ​ນາ​ຄົດ​ຂອງ​ລັ​ດ​ເຊຍ ແລະ ບັນ​ດາ​ການ​ພົວ​ພັນ​ສາ​ກົນ ​ນັບທັງ​ສະ​ພາບ​ການ ຢູ​ແກຼນ…

                             


ຂ່າວ/ບົດ​ອື່ນ