ການໃຊ້ຄວາມຮຸນແຮງ ພວມສືບຕໍ່ເກີດຂຶ້ນຢູ່ ອາບການິດສຖານ

ການໃຊ້ຄວາມຮຸນແຮງ ພວມສືບຕໍ່ເກີດຂຶ້ນຢູ່ ອາບການິດສຖານ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 30 ສິງຫາ, ຢູ່ພາກ​ເໜືອ​ ອາບ​ກາ​ນິດສຖານ ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ ​ແນ​​ໃສ່​​ໂບດ​ອິດສະ​ລາມ​​ແຫ່ງ​ໜຶ່ງ, ​ເຮັດ​ໃຫ້​​ເຈົ້າ​ເມືອງ Archi ຂຶ້ນ​ກັບ​ແຂວງ Kunduz, ທ່ານ Sadruddin ​ເສຍ​ຊີວິດ. ຕຳຫຼວດ​ທ້ອ​ງຖິ່ນ​ໃຫ້​ຮູ້​ວ່າ ​ເຫດ​ວາງລະ​ເບີດ​ເກີດ​ຂຶ້ນ​ໃນ​ເວລາ 8 ​ໂມງ 30 ນາທີ ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ເຂດ Qarluq, ທາງ​ທິດຕາ​ເວັນ​ອອກ ​ແຂວງ Kunduz, ຫ່າງ​ຈາກ​ນະຄອນຫຼວງ Kabul ​ໄປ​ທາງ​ທິດ​ເໜືອ 240 ກມ. ຜູ້​ວາງ​ລະ​ເບີດ​ໄດ້​​ເລັ່ງ​ໃສ່​ເຈົ້າເມືອງ Sadruddin ທີ່​ພວມ​ມີໜ້າ​ຢູ່​ເດີນ​ຂອງ​ໂບດ ​ເມື່ອ​ທ່ານ​ເຂົ້າ​ຮ່ວມ​ພິທີ​ພາວະ​ນາ, ​ເຮັດ​ໃຫ້​ເຈົ້າ​ເມືອງ ​ແລະ ພິທັກ 3 ຄົນ​ເສຍ​ຊີວິດ. ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ກ່າວ​ຮັບຜິດຊອບ​ເຫດການ​ດັ່ງກ່າວ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະຊວງ​ພາຍ​ໃນ​ອາບ​ກາ​ນິດ​ສຖານ ​ໃຫ້​ຮູ້​ວ່າ ມີ​ທະຫານ​ກະບົດ 57 ຄົນ​ຖືກ​ດັບ​ສູນ​ໃນ​ບັ້ນ​ຮົບ​ຕາມ​ລ່າ​ໂດຍ​ຕຳຫຼວດ, ກອງທັບ​ປະ​ເທດ​ນີ້ ​ແລະ ກຳລັງທະຫານປະສົມ ໂດຍ NATO ນຳ​ໜ້າ​ສົມທົບ​ກັນ​ດຳ​ເນີນ​ແຕ່​ວັນ​ທີ 29 ສິງຫາ.

ຂ່າວ/ບົດ​ອື່ນ