ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ,ຊາວປາແລດສະຕິນ2ຄົນເສຍຊີວິດ

ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ,ຊາວປາແລດສະຕິນ2ຄົນເສຍຊີວິດ - ảnh 1
(ພາບ​ປະ​ກອບ)

(vovworld) -​ ວັນ​ທີ 01/12, ຊາວ​ປາ​ແລດ​ສະ​ຕິນ 2 ຄົນ​ຖືກ​ຍິງ​ເສຍ​ຊີ​ວິດ​ໃນ​ການ​ປະ​ທະ​ກັນ​ກັບ​ພົນ​ທະ​ຫານ​ອິດ​ສ​ຣາ​ແອນ ຢູ່​ທາງ​ທິດ​ເໜືອ ແລະ ທິດ​ໃຕ້​ເຂດ​​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປາ​ແລດ​ສະ​ຕິນ ໃຫ້​ຮູ້​ວ່າ, ໄວ​ໜູ່ມ​ປາ​ແລດ​ສະ​ຕິນ​​ຜູ້​ໜຶ່ງ ຖືກ​ພົນ​ທະ​ຫານ​ອິດ​ສະ​ຣາ​ແອນ ຍິງ​ເສ​ຍ​ຊິ​ວິດຢູ່​ໃກ້​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່ Gush Etzion, ທາງ​ທິດ​ໃຕ້​ເຂດຝັ່ງ​ຕາ​ເວັນ​ຕົກ​ແມ່​ນຳ​້​ຈໍ​ແດນ. ສ່ວນກອງ​ທັບ​ອິດ​ສະ​ຣາ​ແອນ ເວົ້າ​ວ່າ, ຊາຍ​ປາ​ແລດ​ສະ​ຕິນ ຜູ້​ໜຶ່ງ ​ໂດຍ​ຖື​ມິດຢ​າກ​ບຸກ​ໂຈມ​ຕີ​ຊາວ​ຢິວ ຢູ່​ເຂດ​ດັ່ງ​ກ່າວ. ໃນ​​ຂະ​ນະ​ນັ້ນ, ​ຄຳຖະ​ແຫຼງ​ຂອງ​ກຳ​ລັງ​ປ້ອງ​ກັນ​ອິດ​ສະ​ຣາ​ແອນ ຊີ້​ແຈ້ງວ່າ, ຜູ້​ຍິງ​ປາ​ແລດ​ສະ​ຕິນ​ຜູ້​ໜຶ່ງ ກໍ​ຊອກ​ຫາວິ​ທີ​ເພື່ອ​ແທງນາຍ​ທະ​ຫານ​ອິດ​ສ​ະຣາ​ແອນ 1 ຄົນຢູ່​ທາງ​ທິດ​ເໜືອຝັ່ງ​ຕາ​ເວັນ​ຕົກ​ເຂດແມ່​ນ້ຳ​ຈໍ​ແດນ ແລະ ຖືກ​ນາຍ​ທະ​ຫານ​ຄົນ​ນີ້​ຍິງ​ເສຍ​ຊີ​ວິດ.

ຂ່າວ/ບົດ​ອື່ນ