ກາລະໂອກາດທີ່ມີຕໍ່ວິສາຫະກິດເມື່ອຫວຽດນາມແລະອີຢູລົງນາມFTA

ກາລະໂອກາດທີ່ມີຕໍ່ວິສາຫະກິດເມື່ອຫວຽດນາມແລະອີຢູລົງນາມFTA - ảnh 1
(ພາບປະກອບ)

(vovworld) –  ຕອນ​ເຊົ້າ​ວັນທີ 26/10, ຢູ່​ນະຄອນ​ໂຮ່ຈີ​ມິນ, ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ສົມທົບ​ກັບ​ທ້ອງ​ການ​ການ​ຄ້າ ​ເອີຣົບ ປະຈຳ ຫວຽດນາມ (Eurocham) ​ແລະ ຕາໜ່າງດຳ​ເນີນ​ທຸລະ​ກິດ ອີ​ຢູ - ຫວຽດນາມ (EVBN) ຈັດ​ຕັ້ງ​ກອງ​ປະຊຸມ “ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ສຳລັບການ​ດຳ​ເນີນ​ທຸລະ​ກິດ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເມື່ອ​ລົງ​ນາມ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ ຫວຽດນາມ - ອີ​ຢູ”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຊ່ຽວຊານ ​ເອີຣົບ ​ແລະ ຫວຽດນາມ ​ໄດ້​ແບ່ງປັນ​ຕີ​ລາຄາ, ພິຈາລະນາ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ປະສິດທິ​ຜົນ ​ໂດຍ FTA ຫວຽດນາມ - ​ອີ​ຢູ ນຳ​ມາ​ໃຫ້ ຂະນະ​ທີໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ ​ແລະ ມີ​ຜົນ​ສັກ​ສິດ, ພ້ອມ​ກັນ​ນັ້ນ ກໍ່​ນຳສະ​ເໜີ​ບັນດາ​ມາດ​ຕະການ​ລະອຽດ​ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ ​ແລະ ຄວາມຮັບ​ຮູ້​ໂດຍ​ກົງຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ທ້ອງ​ຖິ່ນ, ​ແມ່ນ​ບັນ​ດາ​ເຈົ້າ​ຂອງມີ​ບົດບາດຕັດສິນ​​ການ​ຜັນ​ຂະຫຍາຍ​ເນື້ອ​ໃນ FTA ​ໃຫ້ສຳ​ເລັດ​ຫຼື​ບໍ່.

 

ຂ່າວ/ບົດ​ອື່ນ