ກຳປັ່ນ DARING ຂອງທະຫານເຮືອອັງກິດເດີນທາງອອກຈາກທ່າກຳປັ່ນ ຕຽນຊາ

ກຳປັ່ນ DARING ຂອງທະຫານເຮືອອັງກິດເດີນທາງອອກຈາກທ່າກຳປັ່ນ ຕຽນຊາ - ảnh 1
ຜູ້ຕາງໜ້າເຫຼົ່າທັບເຮືອຫວຽດນາມມອບຊໍດອກໄມ້ໃຫ້ນາຍທະຫານ
ບັນຊາກຳ​ປັ່ນ DARING ຂອງ​ທະຫານ​ເຮືອ​ອັງກິດ
(ພາບ:TTXVN)

(vovworld)- ວັນ​ທີ 21/12, ກຳ​ປັ່ນ DARING ຂອງ​ທະຫານ​ເຮືອ​ອັງກິດ ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນຕະວະ​ໄມຕີ​ນະຄອນ ດາ​ນັ້ງ​ແຕ່​ວັນ​ທີ 18-21/12. ກ່າວ​ຄຳ​ເຫັນ​ກັບ​ນັກ​ຂ່າວ​ກ່ອນ​ທີ່ ກຳ​ປັ່ນ DARING ອອກ​ຈາກ​ທ່າ​ກຳ​ປັ່ນ ຕຽນ​ຊາ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ອັງກິດ​ປະຈຳ​ຫວຽດນາມ Antony Stokes ​ໃຫ້​ຮູ້​ວ່າ ການ​ມາ​ຢ້ຽມຢາມ​ຂອງ ກຳ​ປັ່ນ DARING ​ໄດ້​ສິ້ນ​ສຸດ​ລົງຢ່າງ​ດີງາມ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ອັງກິດ-ຫວຽດນາມ. ສິ້ງ​ນີ້​ເປັນ​ການ​ຢືນຢັນສາ​ຍພົວພັນ​​ລະຫວ່າງ​ອັງກິດ-ຫວຽດນາມ ນັບ​ມື້​ນັບ​ພັດທະນາ​ໃນ​ລະດັບ​ສູງ​ກ່ວາ. ​ໃນ​ໄລຍະ​ຢ້ຽມຢາມ​ຫວຽດນາມ, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ໃນ​ພາກ​ພື້ນ ​ແລະ ບັນດາ​ສິ່ງ​ທ້າ​ທາຍດ້ານ​ຄວາມ​ສະຫງົບ​ໃນ​ປະ​ຈຸ​ບັນ, 2 ຝ່າຍ​ຊອກ​ຫາ​ວິທີ​ການ​ເພື່ອ​ຮັດ​ແໜ້ນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້​ດີ​ຍິ່ງ​ຂຶ້ນ​ອີກ 
ຂ່າວ/ບົດ​ອື່ນ