ກຳ​​ປັ່ນ​ລຳ​ລຽງ​ທັນ​ຍາ​ຫານ​ຂອງ​ຢູ​ແກຼນ ລຳ​ທຳ​ອິດ​ເຂົ້າ​ທຽບ​ທ່າກຳ​ປັ່ນ​ຕວັກ​ກີ

(VOVWORLD) -ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບລະບຽບການເຄື່ອນໄຫວຂົນສົ່ງທັນຍາຫານ ແລະ ປຸຍ ຈາກບັນດາທ່າກຳປັ່ນຂອງ ຢູແກຼນຢູ່ແຄມຝັ່ງທະເລດຳ.
ກຳ​​ປັ່ນ​ລຳ​ລຽງ​ທັນ​ຍາ​ຫານ​ຂອງ​ຢູ​ແກຼນ ລຳ​ທຳ​ອິດ​ເຂົ້າ​ທຽບ​ທ່າກຳ​ປັ່ນ​ຕວັກ​ກີ - ảnh 1ກຳປັ່ນ Razoni ຂົນສົ່ງສາລີ ກ່ວາ 26.000 ໂຕນ (ພາບ: TTXVN)

ກຳປັ່ນລຳລຽງທັນຍາຫານລຳທຳອິດໄດ້ອອກຈາກຢູແກຼນຕາມຂໍ້ຕົກລົງໂດຍສປຊ ໜູນຫຼັງ ໄດ້ເຂົ້າທຽບທ່າກຳປັ່ນຂອງ ຕວັກກີໃນວັນທີ 10 ສິງຫາ. ກຳປັ່ນ Razoni ປັກທຸງ Sierra Leon ໄດ້ອອກຈາກທ່າກຳປັ່ນ Odessa ຂອງ ຢູແກຼນ ໃນວັນທີ 1 ສິງຫາ, ຂົນສົ່ງສາລີ ກ່ວາ 26.000 ໂຕນ ແລະ ຕາມການຄາດຄະເນເບື້ອງຕົ້ນ ຈະເຂົ້າທຽບທ່າກຳປັ່ນ Tripoli ຂອງ ລີບັງ ໃນອາທິດແລ້ວນີ້. ອົງການເດີນເຮືອ Ashram ໃຫ້ຮູ້ວ່າ: “ສິນຄ້າໄດ້ຂາຍແລ້ວ ແລະ ຈະໄດ້ຂົນຖ່າຍລົງຢູ່ທ່າກຳປັ່ນ Mersin”.

        ກ່ອນໜ້ານັ້ນ, ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບລະບຽບການເຄື່ອນໄຫວຂົນສົ່ງທັນຍາຫານ ແລະ ປຸຍ ຈາກບັນດາທ່າກຳປັ່ນຂອງ ຢູແກຼນຢູ່ແຄມຝັ່ງທະເລດຳ. ນີ້ແມ່ນສ່ວນໜຶ່ງໃນຂໍ້ຕົກລົງການສົ່ງອອກທັນຍາຫານ ໂດຍ ຢູແກຼນ ແລະ ລັດເຊຍ ລົງນາມຕ່າງຫາກ ເມື່ອເດືອນກໍລະກົດທີ່ຜ່ານມາ ພາຍໃຕ້ການອຸປະຖຳຂອງ ສປຊ ແລະ ຕວັກກີເພື່ອຮັບປະກັນແຫຼ່ງສະໜອງສະບຽງອາຫານ ແລະ ປຸຍໃຫ້ແກ່ຕະຫຼາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ