ກຳປູເຈຍ ກວດກາການປ້ອງກັນຄວາມສະຫງົບຄັ້ງໃຫຍ່ກ່ອນດຳເນີນການເລືອກຕັ້ງສະພາແຫ່ງຊາດ

(VOVWORLD) - ກຳລັງນີ້ຈະໄດ້ຮັບການຜັນຂະຫຍາຍທົ່ວບໍລິເວນນະຄອນຫຼວງເພື່ອຮັກສາຄວາມປອດໄພໃຫ້ແກ່ການເລືອກຕັ້ງໃນວັນທີ 29 ກໍລະກົດ.

ວັນທີ 25 ກໍລະກົດ, ບັນດາກຳລັງປະກອບອາວຸດ ກຳປູເຈຍ ໄດ້ປະຕິບັດການກວດກາການປ້ອງກັນຄວາມສະຫງົບຄັ້ງໃຫຍ່ຢູ່ສະໜາມກິລາທີ່ນະຄອນຫຼວງ ພະນົມເປັນ ກ່ອນທີ່ດຳເນີນການເລືອກຕັ້ງສະພາແຫ່ງຊາດຂອງປະເທດນີ້ເຊິ່ງຄາດວ່າຈະຈັດຕັ້ງໃນວັນທີ 29 ກໍລະກົດ ຈະມາເຖິງ. ມີຕຳຫຼວດທັງໝົດ 4.625 ຄົນ ໄດ້ເຕົ້າໂຮມຢູ່ສະໜາມກິລາ Olympic ຢູ່ນະຄອນຫຼວງ ພະນົມເປັນ ໃນການກວດກາວຽກງານກະກຽມວິທີການຮັບມືກັບບັນດາບັນຫາຄວາມປອດໄພໃນເວລາດຳເນີນການເລືອກຕັ້ງ. ກຳລັງນີ້ຈະໄດ້ຮັບການຜັນຂະຫຍາຍທົ່ວບໍລິເວນນະຄອນຫຼວງເພື່ອຮັກສາຄວາມປອດໄພໃຫ້ແກ່ການເລືອກຕັ້ງໃນວັນທີ 29 ກໍລະກົດ.

        ໃນການເລືອກຕັ້ງຄັ້ງນີ້, ຜູ້ມີສິດເລືອກຕັ້ງ ກຳປູເຈຍ ຈະປ່ອນບັດເລືອກຕັ້ງເອົາສະມາຊິກລັດຖະສະພາ 125 ຄົນ. ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໄດ້ປະກາດຮັບຮູ້20 ພັກການເມືອງເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ຢ່າງເປັນທາງການ, ດ້ວຍຈຳນວນຜູ້ມີສິດເລືອກຕັ້ງປະມານ 8,38 ລ້ານຄົນ. ການເຄື່ອນໄຫວຫາສຽງເລືອກຕັ້ງສະພາແຫ່ງຊາດ ຄັ້ງນີ້ໄດ້ດຳເນີນເປັນເວລາ 20 ວັນ, ແຕ່ວັນທີ 7 – 27 ກໍລະກົດ, ເພື່ອດຳເນີນການເລືອກຕັ້ງໃນວັນທີ 29 ກໍລະກົດ. ນອກຈາກບັນດາການເຕົ້າໂຮມ, ເດີນຂະບວນຢູ່ ພະນົມເປັນ ແລ້ວ, ບັນດາພັກການເມືອງຍັງໄດ້ດຳເນີນບັນດາການເຄື່ອນໄຫວຫາສຽງເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆນຳອີກ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ