ກຳປູເຈຍ ສິ້ນສຸດການເລືອກຕັ້ງສະພາຂັ້ນຕາແສງ

(VOVWORLD) - ການເລືອກຕັ້ງສະພາຂັ້ນຕາແສງຄັ້ງທີ່ 4 ຂອງ ກຳປູເຈຍ ສິ້ນສຸດລົງໃນຕອນບ່າຍວັນທີ 04 ມິຖຸນາ. ກ່າວຄຳເຫັນທີ່ການປະຊຸມຂ່າວ ພາຍຫລັງການເລືອກຕັ້ງສິ້ນສຸດລົງ, ທ່ານ Sik Bunhoc ປະທານຄະນະກຳມະການເລືອກຕັ້ງແຫ່ງຊາດ (NEC) ໃຫ້ຮູ້ວ່າ
ກຳປູເຈຍ ສິ້ນສຸດການເລືອກຕັ້ງສະພາຂັ້ນຕາແສງ - ảnh 1 ກຳປູເຈຍ ສິ້ນສຸດການເລືອກຕັ້ງສະພາຂັ້ນຕາແສງ

12 ພັກເຂົ້າຮ່ວມການອອກສະໝັກຮັບເລືອກຕັ້ງ ໄດ້ຈັດຕັ້ງບັນດາການເຄື່ອນໄຫວໂຄສະນາ, ຂົນຂວາຍຜູ້ມີສິດເລືອກຕັ້ງຖືກຕາມກົດໝາຍ ແລະ ສະແດງໃຫ້ເຫັນນ້ຳໃຈເຄົາລົບເຊິ່ງກັນ ແລະ ກັນ. ການເລືອກຕັ້ງດຳເນີນໄປຢ່າງເສລີ, ເປີດເຜີຍ. ຄາດວ່າ ໝາກຜົນເບື້ອງຕົ້ນຈະໄດ້ປະກາດແຕ່ກາງຄືນວັນທີ 04 ມີຖຸນາ ເຖິງວັນທີ 05 ມີຖຸນາ ແລະ ໝາກຜົນທາງການຈະໄດ້ປະກາດໃນວັນທີ 25 ມີຖຸນາ ຈະມາເຖິງ. ເຂົ້າຮ່ວມການຕິດຕາມກວດກາການເລືອກຕັ້ງມີຜູ້ສັງເກດການປະມານ 75.000 ຄົນທີ່ມາຈາກພາຍໃນປະເທດ ແລະ ຕ່າງປະເທດ.    

ຕອບກັບ

ຂ່າວ/ບົດ​ອື່ນ