ກຳປູເຈຍ ແລະ ໄທ ໃຫ້ຄຳໝັ້ນສັນຍາຫຼີກເວັ້ນປະທະກັນພາຍຫຼັງ ການຕັດສິນຂອງ ICJ

ກຳປູເຈຍ ແລະ ໄທ ໃຫ້ຄຳໝັ້ນສັນຍາຫຼີກເວັ້ນປະທະກັນພາຍຫຼັງ ການຕັດສິນຂອງ ICJ - ảnh 1
(ພາບປະກອບXuân Khu/TTXVN)

(vovworld) - ວັນທີ 12/11, ບັນດາ​ນາຍ​ພົນ​ຜູ້​ບັນ​ຊາ​ການ​ກຳລັງ​ແນວໜ້າຂອງ ກຳປູ​ເຈຍ ແລະ ໄທ ພົບ​ປະກັນ​ຢູ່​ໃກ້ກັບ ພະວິຫານ Preah Vihear ​ໃນ​ເຂດ​ຊາຍ​ແດນ​ລະຫວ່າງສອງ​ປະ​ເທດ, ​ດ້ວຍ​ຄວາມ​ພະຍາຍາມ​ເພື່ອ​ສ້າງ​ຄວາມ​ໄວ້​ເນີື້ອເຊື່ອ​ໃຈ​ລະ​ຫວ່າງກອງທັບ​ສອງ​ປະ​ເທດ ພາຍຫຼັງ ສານຍຸດຕິທຳ​ສາ​ກົນ ( ICJ ) ​ອອກ​ຄຳ​ຕັດສິນ​ທີ່ກ່ຽວຂ້ອງ​​ອະທິປະ​ໄຕ​ເຂດ​ດິນ​ທີ່​ພວມ​ພິພາດ​ກັນ​ຢູ່ອ້ອມ​ພະວິຫານ​ດັ່ງ​ກ່າວ. ສອງ​ຝ່າຍ​ໃຫ້​ຄຳໝັ້ນສັນຍາ​ເພິ່ມທະວີ​ຄວາມ​ສາມັກຄີ ​ແລະ ສ້າງ​ຄວາມໄວ້​ເນື້ອເຊື່ອໃຈຊຶ່ງ​ກັນ​ແລະ​ກັນ​ລະຫວ່າງ​ກອງທັບ​ສອງ​ປະ​ເທດ​ເພື່ອຫຼີກເວັ້ນທຸກ​ການ​ປະ​ທະ​ກັນ​ໃນ​ອະນາຄົດ. ສອງ​ຝ່າຍ​ຕົກລົງ​ກັນ​ປະຕິບັດ​ຕາມຄຳຕັດສິນ​ຂອງ ICJ ກ່ຽວກັບ​ເຂດ​ດິນ​ພິພາດ​ກັນ​ຢູ່​ອ້ອມ ພະວິຫານ Preah Vihear.

       ກ່ອນ​ນັ້ນ,​ ວັນ​ທີ 11/11, ICJ ປະກາດ​ຄຳ​ຕັດສິນ ວ່າ ກຳປູ​ເຈຍ ມີ ​ອະທິປະໄຕ​ຕໍ່​ເຂດ​ດິນພະວິຫານ Preah Vihear ທັງໝົດ, ຍ້ອນ​ແນວ​ນັ້ນ ​ໄທ​ ມີ​ພັນທະທີ່ຖອນ​ກຳລັງ​ທັງໝົດອອກ​ຈາກ​ເຂດ​ດັ່ງກ່າວ.


ຂ່າວ/ບົດ​ອື່ນ