ກຳປູເຈຍຈັດພິທີສະເຫຼີມສະຫຼອງ 65 ປີແຫ່ງວັນເອກະລາດ

(VOVWORLD) -ວັນທີ 09 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ ໄດ້ຈັດພິທີຊຸມນູມມິດຕິງ, ສະເຫຼີມສະຫຼອງ 65 ປີແຫ່ງວັນຊາດ ກຳປູເຈຍ (09 ພະຈິກ 1953 – 09 ພະຈິກ 2018).
ກຳປູເຈຍຈັດພິທີສະເຫຼີມສະຫຼອງ 65 ປີແຫ່ງວັນເອກະລາດ - ảnh 1 (ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ)

ເຂົ້າຮ່ວມພິທີ, ມີພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ; ທ່ານປະທານສະພາສູງ Samdech Say Chhum; ທ່ານປະທານສະພາແຫ່ງຊາດ Samdech Heng Samrin; ທ່ານນາຍົກລັດຖະມົນຕີ Samdech Techo Hun Sen; ພ້ອມກັບການນຳກະຊວງ, ຂະແໜງການຕ່າງໆ ແລະ ປະຊາຊົນກຳປູເຈຍ ເປັນຈຳນວນຫຼາຍ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຫວູກວາງມິງ ກໍ່ໄດ້ເຂົ້າຮ່ວມພິທີ.

        ກ່າວຄຳເຫັນຕໍ່ໜ້າປະຊາຊົນກຳປູເຈຍ ນັບພັນໆຄົນ, ຢູ່ສະໜາມຫຼວງຕໍ່ໜ້າພະລາຊະວັງ, ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ ແລະ ທ່ານນາຍົກລັດຖະມົນຕີ Hun Sen ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນລຸ້ນຕ່າງໆທີ່ໄດ້ເສຍສະຫຼະຊີວິດຂອງຕົນເພື່ອປົກປັກຮັກສາເອກະລາດ ແລະ ຄວາມເສລີພາບມາໃຫ້ປະເທດຊາດ; ຂອບໃຈບັນດາກຳລັງປະກອບອາວຸດ ແລະ ປະຊາຊົນໄດ້ມານະພະຍາຍາມຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍ; ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ມານະພະຍາຍາມເພື່ອຊຸກຍູ້ການພັດທະນາວັດທະນາຖາວອນ ແລະ ນຳມາເຊິ່ງຄວາມກ້າວໜ້າໃຫ້ແກ່ປະຊາຊົນ ແລະ ປະເທດກຳປູເຈຍ…

        ໃນຊຸມປີມໍ່ໆມານີ້, ປະເທດກຳປູເຈຍ ບັນລຸໄດ້ຜົນງານດ້ານເສດຖະກິດ, ວັດທະນະທຳ, ສັງຄົມຫຼາຍຢ່າງ ເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຊົນສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ