ກຳ​ປູ​ເຈຍ​ຕັດ​ສິນ​ໃຈ​ສ້າງ​ສະ​ໜາມ​ບິນ​ສາ​ກົນ ຢູ່​ແຂວງ Mondulkiri

(VOVWORLD) -ວັນທີ 3 ມັງກອນ, ລັດຖະບານ ກຳປູເຈຍ ໄດ້ຕັດສິນໃຈອຸນະຍາດໃຫ້ ບໍລິສັດ Power China International Group (ຈີນ) ຄົ້ນຄ້ວາ ແລະ ດຳເນີນການກໍ່ສ້າງສະໜາມບິນສາກົນແຫ່ງໃໝ່ຢູ່ ແຂວງ Mondulkiri. ບໍລິສັດນີ້ພວມປະຕິບັດຫຼາຍໂຄງການໃຫຍ່ຢູ່ ກຳປູເຈຍ.
ກຳ​ປູ​ເຈຍ​ຕັດ​ສິນ​ໃຈ​ສ້າງ​ສະ​ໜາມ​ບິນ​ສາ​ກົນ ຢູ່​ແຂວງ Mondulkiri - ảnh 1ລັດຖະບານ ກຳປູເຈຍ ອະນຸຍາດສ້າງສະໜາມບິນສາກົນແຫ່ງໃໝ່ ຢູ່ແຂວງ Mondulkiri 

ລັດຖະບານ ກຳປູເຈຍ ໄດ້ອະນຸຍາດສ້າງສະໜາມບິນສາກົນແຫ່ງໃໝ່ ຢູ່ແຂວງ Mondulkiri ເຊິ່ງແມ່ນແຂວງຂຶ້ນ ກັບເຂດພູພຽງທາງທິດຕາເວັນອອກສ່ຽງເໜືອ ຂອງ ກຳປູເຈຍ, ຕິດກັບຊາຍແດນຂອງບັນດາແຂວງ ຢາລາຍ, ດັກລັກ, ດັກນົງ ແລະ ບິ່ງເຝຶອກ ຂອງຫວຽດນາມ.

        ວັນທີ 3 ມັງກອນ, ລັດຖະບານ ກຳປູເຈຍ ໄດ້ຕັດສິນໃຈອຸນະຍາດໃຫ້ ບໍລິສັດ Power China International Group (ຈີນ) ຄົ້ນຄ້ວາ ແລະ ດຳເນີນການກໍ່ສ້າງສະໜາມບິນສາກົນແຫ່ງໃໝ່ຢູ່ ແຂວງ Mondulkiri. ບໍລິສັດນີ້ພວມປະຕິບັດຫຼາຍໂຄງການໃຫຍ່ຢູ່ ກຳປູເຈຍ.

        ໂຄງການກໍ່ສ້າງສະໜາມບິນ Mondulkiri ໄດ້ດຳເນີນການຄົ້ນຄ້ວາແຕ່ປີ 2019, ຄາດວ່າຈະກໍ່ສ້າງໃນເນື້ອທີ່ ກ່ວາ 300 ha, ແຕ່ມາຮອດປັດຈຸບັນ, ໂຄງການໄດ້ຂະຫຍາຍອອກເຖິງ 600 ha. ສະໜາມບິນດັ່ງກ່າວຕັ້ງຫ່າງຈາກກັບໃຈກາງນະຄອນ Sen Monorom , ແຂວງ Mondulkiri ປະມານ 20 ກິໂລແມັດ.  

        ນັກຂ່າວ VOV ປະຈຳ ກຳປູເຈຍ

ຕອບກັບ

ຂ່າວ/ບົດ​ອື່ນ