ກຳປູເຈຍບູລະນະປະຕິສັງຂອນບັນດາອະນຸສາວະລີທະຫານອາສາສະໝັກຫວຽດນາມ

ກຳປູເຈຍບູລະນະປະຕິສັງຂອນບັນດາອະນຸສາວະລີທະຫານອາສາສະໝັກຫວຽດນາມ - ảnh 1
(​ການ​ບູລະນະ​ປະຕິສັງຂອນ​ອະນຸສາວະລີ​​
ທະຫານ​ອາສາ​ສະ​ໝັກຫວຽດນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 21/01 ຢູ່​ໃຈກາງ​ແຂວງ Kampong Chhnang, ຫ່າງ​​ຈາກ​ນະຄອນຫລວງ ພະນົມ​ເປັນ ຂອງ ກຳປູ​ເຈຍ ປະມານ 100 ກມ, ກະຊວງພິທີ​ການ ​ແລະ ສາສະໜາ ກຳປູ​ເຈຍ, ອຳນາດ​ການ​ປົກ​ຄອງ​ແຂວງ Kampong Chhnang ພ້ອມ​ກັບ​ອົງການ​ທີ່​ປຶກສາ​ດ້ານ​ການທະຫານ ຫວຽດນາມ ປະຈຳ ກຳປູ​ເຈຍ ​ໄດ້ດຳ​ເນີນ​ການ​ບູລະນະ​ປະຕິສັງຂອນ​ອະນຸສາວະລີ​​ທະຫານ​ອາສາ​ສະ​ໝັກ ຫວຽດນາມ ​ແລະ ອະນຸສາວະລີ​ເອກະລາດ​ຢູ່​ແຂວງ Kampong Chhnang. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Chhu Chan Deon ​ເຈົ້າ​ແຂວງ​, ປະທານ​ແນວ​ໂຮມ​ສາມັກຄີ​ພັດທະນາ​ປະ​ເທດ​ຊາດ ກຳປູ​ເຈຍ ແຂວງ Kampong Chhnang ຢືນຢັນ​ຄວາມ​ໝາຍອັນ​ໃຫຍ່​ຫລວງຂອງ​ວັນ​ທີ 7 ມັງກອນ (7/1/1979) ຄືນ​​ໃໝ່, ​ເຊິ່ງ​ແມ່ນ​ວັນ​ທີ່​ກອງທັບ ​ແລະ ປະຊາຊົນ ກຳປູ​ເຈຍ ດ້ວຍ​ການ​ຊ່ວຍ​ເຫຼືອສຸດ​ຈິ​ດສຸດ​ໃຈ ​ແລະ ທັນ​ການ​ຂອງ​ທະຫານ​ອາສາ​ສະໝັກ ຫວຽດນາມ ​ໄດ້ລຸກ​ຂຶ້ນ​ໂຄ່ນ​ລົ້ມ​ລະບອບດັບ​ສູນ​ເຊື້ອຊາດ ຂະ​​ແມ​ແດງ, ​ເພື່ອ ໃຫ້​ປະ​ເທດ​ກຳປູ​ເຈຍ ຟື້ນ​ຕົວ ແລະ ພັດທະນາ​ຄືທຸກ​ວັນ​ນີ້. ຕາມ​ທ່ານ Chhu Chan Deon ​ແລ້ວ, ​ເລື່ອງ​ບູລະນະ​ປະຕິສັງຂອນ​ອະນຸສາວະລີ​​ທະຫານ​ອາສາ​ສະໝັກ ຫວຽດນາມ ຢູ່​ແຂວງ Kampong Chhnang ​ແມ່ນ​ເໝາະ​ສົມ​ກັບ​ຄວາມ​ໝາຍ ​​ເປັນສັນຍາ​ລັກ​​ແຫ່ງຄວາມສາມັກຄີ​ມິດຕະພາບ​ລະຫວ່າງ ກຳປູ​ເຈຍ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ