ກຳປູເຈຍບໍ່ອະໄພໂທດໃຫ້ບັນດາການແຫ່ຂະບວນປະທ້ວງຜິດກົດໝາຍ

ກຳປູເຈຍບໍ່ອະໄພໂທດໃຫ້ບັນດາການແຫ່ຂະບວນປະທ້ວງຜິດກົດໝາຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ກຳ​ປູ​ເຈຍ Hunsen
(ພາບ: AFP/TTXVN)

(vovworld) – ​ວັນ​ທີ 4/3, ທ່ານ​ນາຍົກລັດຖະມົນຕີ ກຳ​ປູ​ເຈຍ Hunsen ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ວ່າ: ລັດຖະບານ​ປະ​ເທດ​ນີ້​ຈະ​ບໍ່​ອະ​ໄພ​ໂທດ​ໃຫ້​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ ຫຼື ການ​ນັດຢຸດ​ງານ​ຜິດ​ກົດ​ໝາຍ​ໂດຍ​ຝ່າຍ​ຄ້ານ ​ແລະ ບັນດາ​ສະມາ​ພັນ​ສະໜັບສະໜູນ​ຝ່າຍ​ຄ້ານ​ຈັດ​ຕັ້ງ.

    ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ລັດ​ຖະບານ - ​ພາກ​ເອກະ​ຊົນ​ຄັ້ງ​ທີ 17, ທ່ານ​ນາຍົກລັດຖະມົນຕີ Hunsen ຊີ້​ແຈ້ງວ່າ: ພັກ​ກູ້​ຊາດ ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ ​ແລະ ບັນດາ​ບັນດາ​ສະມາ​ພັນ​​ສະໜັບສະໜູນ​ພັກ​ນີ້​ໄດ້ ຍຸຍົງ​ສົ່ງ​ເສີມກຳມະກອນ​ຂະ​ແໜງ​ຕຳ​ແຜ່ນ​ຕັດຫຍິບດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​, ນັດຢຸດ​ງານ​ຜິດ​ກົດໝາຍ​ຄັ້ງ​ຕ່າງໆ, ທວງ​ໃຫ້​ເພີ່​ມ​ເງິນ​ເດືອນ​ໂດຍ​​ໄຮ້​ເຫດຜົນ.

    ພັກ CNRP ​ແລະ 6 ບັນດາ​ສະມາ​ພັນ​​ສະໜັບສະໜູນ​ພັກ​ນີ້ ​ໄດ້​ຈັດ​ຕັ້ງ​ການ​​ແຫ່​ຂະ​ບວນປະ​ທ້ວງ​ຫຼາຍ​ຄັ້ງ​ນັບ​ແຕ່​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ທີ່​ກໍ່​ຄວາມ​ຖົກ​ຖຽງ​ກັນ​ເມື່ອ​ເດືອນ 7/2013. ຕາມ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ແລ້ວ, ພັກ ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ​ຂອງ​ທ່ານ​ນາຍົກລັດຖະມົນຕີ Hunsen ຍາດ​​ໄດ້ 68 ທີ່​ນັ່ງ ​ແລະ ພັກ CNRP ຍາດ​ໄດ້ 55 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ. CNRP ກ່າວ​ຫາ​ມີ​ການ​ສໍ້​ໂກງ ​ແລະ ບໍ່ຍອມຮັບ​ໝາກຜົນ​ການ​ເລືອກ​ຕັ້ງ, ຄັດຄ້ານ​ສະພາ​​ແຫ່ງ​ຊາດ​ຊຸດ​ໃໝ່, ຈັດ​ຕັ້ງ​ການ​ແຫ່​ຂະ​ບວນປະ​ທ້ວງ​ຮຽກຮ້ອງ​ທ່ານ​ນາ​ຍົກ​ລັດຖະມົນຕີ Hunsen ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ​ດຳ​ເນີນການ​ເລືອກ​ຕັ້ງ​ຄືນ​ໃໝ່.

 




ຂ່າວ/ບົດ​ອື່ນ