ກຳປູເຈຍ:ມື້ແຫ່ຂະບວນປະທ້ວງທີ 1 ຂອງCNRP ດຳເນີນໄປໂດຍບໍ່ມີການໃຊ້ຄວາມຮຸນແຮງ

ກຳປູເຈຍ:ມື້ແຫ່ຂະບວນປະທ້ວງທີ 1 ຂອງCNRP ດຳເນີນໄປໂດຍບໍ່ມີການໃຊ້ຄວາມຮຸນແຮງ - ảnh 1
ການແຫ່ຂະບວນປະທ້ວງເລີ່ມແຕ່ວັນທີ 23/10
(ພາບ: AFP)

(vovworld) – ວັນ​ທີ 23/10, ມື້​ທີ 1 ຂ​ອງການ​ແຫ່​ຂະ​ບວນປະ​ທ້ວງ ຄາດ​ວ່າ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 23 – 25/10 ຂ​ອງພັກ​ກູ້​ຊາດ​ ກຳປູ​ເຈຍ (CNRP), ປະທານ​ພັກ CNRP ທ່ານ Sam Raisy ​ແລະ ທ່ານ​ຮອງປະທານ Kem Sokha ນຳ​ໜ້າ​ຄະນະ​​ແຫ່​ຂະ​ບວນປະ​ທ້ວງ​ຈາກ​ສະໜາມ​ຫຼວງ ປະຊາທິປະ​​ໄຕ ​​​ເດີນຂະ​ບວນ​ເຖິງ​ຫ້ອງ​ວ່າການຂະ​ຫຼວງ​ໃຫຍ່ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່ ພະນົມ​ເປັນ​ເພື່ອ​ສົ່ງ​ຂໍ້​ສະ​ເໜີ​ຂຶ້ນ​ສະຫະ​ປະຊາ​ຊາດ. ​ດ້ວຍ​ເນື້ອ​ໃນ​ວ່າ: CNRP ປາດ​ຖະໜາ​ວ່າ​ສະຫະ​ປະຊາ​ຊາດ​ຊ່ວຍ​ຮັບປະກັນ​ການ​ປະຕິບັດ​ສັນຍາ ປາຣີ ກ່ຽວ​ກັບ​ສັນຕິພາບ​ໃຫ້ ກຳປູ​ເຈຍ ​ເຊິ່ງ​ໄດ້​ເຊັນ​ເມື່ອ​ວັນ​ທີ 23/10/1991. ພ້ອມ​ກັບ​ຂໍ້​ສະ​ເໜີດັ່ງກ່າວ, CNRP ຍັງ​ຝາກ​ຈົດໝາຍເຖິງ​​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki Moon, ຖື​ວ່າການ​​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ຊຸດ​ທີ 5 ​ເມື່ອ​ວັນ​ທີ 28/7 ​ໄດ້​ມີ​ການ​ລະ​ເມີດກົດໝາຍຢ່າງ​ຮ້າຍ​ແຮງ.

    ກະຊວງ​ພາຍ​ໃນ ກຳປູ​ເຈຍ ກຳນົດ​ວ່າ​ຜູ້​ເຂົ້າ​ຮ່ວມ​ການ​​ແຫ່​ຂະ​ບວນປະ​ທ້ວງ​ຂ​ອງ CNRP ຫຼາຍ​ສຸດ​ແມ່ນ 1.000 ຄົນ​ເທົ່າ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມີ​ປະມານ 30.000 ຄົນ​​ໄດ້ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​. ​ໂຄສົກ​ອົງການ​ປົກຄອງພະນົມ​ເປັນ ​ໃຫ້​ຮູ້​ວ່າ: ທີ່​ກອງ​ປະຊຸມ​ລະຫວ່າງ 2 ຝ່າຍ​ໃນ​ຕອນ​ຄຳ່​ວັນ​ທີ 23/10, ຜູ້​ຕາງໜ້າ CNRP ​ໄດ້​​ເຫັນ​ດີ​ຫລຸດຜ່ອນ​ຈຳນວນ​ຜູ້​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ 2 ມື້​ຕໍ່​ໄປ.

ຂ່າວ/ບົດ​ອື່ນ