ກຳປູເຈຍເຊື່ອໝັ້ນຕໍ່ການພັດທະນາຂອງຫວຽດນາມ

ກຳປູເຈຍເຊື່ອໝັ້ນຕໍ່ການພັດທະນາຂອງຫວຽດນາມ - ảnh 1
(ພາບປະກອບ: ndh.vn)

(vovworld) – ​ເນື່ອງ​ໃນ​ໂອກາດ​ ຫວຽດນາມ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4/1975-30/4/2015),​ ທ່ານ​ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ Chea Sim  ​ໄດ້​ສົ່ງ​ໂທລະ​ເລກ​ເຖິງທ່າ​ນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ ຫງວຽນ​ຟຸຈ້ອງ. ​ໂທລະ​ເລກ​ມີ​ເນື້ອ​ໃນ​ວ່າ: ພັກ​ປະຊາຊົນ​ກຳປູ​ເຈຍ ອວຍພອນ​ບັນດາ​ໄຊຊະນະ ​ເຊິ່ງປະຊາຊົນ​ ຫວຽດນາມ ​ຍາດ​ມາ​ໄດ້ ​ແລະ ​ເຊື່ອ​ໝັ້ນ​ວ່າ ປະຊາຊົນ​ຫວຽດນາມ, ພາຍ​ໃຕ້​ການຊີ້​ນຳ​ນຳພາຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ສືບ​ຕໍ່​ຍາດ​​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ກ່ວາ​ອີກ​ໃນ​ວິວັດທະນາ​ການ​ພັດທະນາ​ປະ​ເທດ​ຊາດ ​ແລະ ອວຍພອນນ້ຳ​ໃຈ​ສາມັກຄີ, ມິດ​ຕະພາບທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ລະຫວ່າງ 2 ພັກ ​ແລະ ປະຊາຊົນ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ