ກຳມະກອນ 25 ຄົນເຮັດວຽກຢູ່ລີບີໃຫ້ອອກຈາກອີຢິບ ກັບເມືອຫວຽດນາມ

ກຳມະກອນ 25 ຄົນເຮັດວຽກຢູ່ລີບີໃຫ້ອອກຈາກອີຢິບ ກັບເມືອຫວຽດນາມ - ảnh 1
ຄົນງານ ຫວຽດນາມ ຢູ່ ລີບີ ກະກຽງເຄື່ອງຂອງກັບເມືອປະເທດ

(vovworld) – ຕອນ​ບ່າຍ​ວັນ​ທີ 7/8, ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ໄດ້​ປະຕິບັດ​ສໍາ​ເລັດ​ລະບຽບ​ການ​ສຸດ​ທ້າຍ​​ໃຫ້​ແກ່ການ​ຕ້ອນຮັບກຳມະກອນ ຫວຽດນາມ 25 ຄົນທີ່ເຮັດ​ວຽກ​ຢູ່ລີ​ບີ ຜ່ານ​ຊາຍ​ແດນ​ທາງບົກ Salloum ​ເຂົ້າປະ​ເທດ​ ອີ​ຢິບ, ກ່ອນ​ທີ່​ກັບ​ເມືອ ຫວຽດນາມ. ຕອນ​​ເຊົ້າ​ວັນ​ທີ 8/8 ຕາມ​ເວລາ ຫວຽດນາມ, ຄາດ​ວ່າ​ຄະນະ​ຈະ​ໄປ​ຮອດ​ສະໜາມ​ບິນ​ສາກົນ ກາຍ​ໂຣ ​ແລະ ຈະ​ເມືອ​ຮອດ​ນະຄອນ​ໂຮ່ຈີ​ມິນ ​ໃນ​​ເວລາ 12 ​ໂມງ 50 ນາທີ ​ວັນ​ທີ 9/8 ​ແລະ ບັນດາ​ກຳມະກອນ​ຈະ​ສືບ​ຕໍ່​ຖ້ຽວ​ບິນ​ນະຄອນ ​ໂຮ່ຈິ​ມິນ - ຮ່າ​ໂນ້ຍ ​ໃນ​ວັນ​ດຽວ​ກັນ. ມາ​ຮອດ​ຈຸດ​ເວລາ​ນີ້, ສຸຂະພາບກຳມະກອນທັງ​ໝົດ 25 ຄົນ​ຍັງ​​ແຂງ​ແຮງ​ຢູ່, ຈິດ​ໃຈ​ເປັນ​ປົກກະຕິ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 7/8, ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ບໍລິສັດ Vinamex ​ໄດ້​ໄປ​​ເຖິງ ກາຍ​ໂຣ, ​ເພື່ອກະກຽມ​ຜັນ​ຂະຫຍາຍ​ແຜ​ນການ​ນຳ​ເອົາ​ກຳມະກອນ 682 ຄົນ​ຂອງ​ບໍລິ​ສັດ ທີ່​ພວມ​ເຮັດ​ວຽກ​ຢູ່​ບໍລິສັດ 2 ​ແຫ່ງ​ຂອງ ສ. ​ເກົາຫຼີ ຢູ່ ລີ​ບີ ກັບ​ເມືອ ຫວຽດນາມ​ດ້ວຍ​ທາງ​ການບິນ.

        ປະຈຸ​ບັນ, ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ພວມ​ຕັ້ງໜ້າ​ສົມທົບ​ກັບ​ບັນດາ​ຝ່າຍທີ່​ກ່ຽວ​ຂ້ອງ​ເພື່ອ​​ໃຫ້​ແຜນການ​ອົບ​ພະຍົບຢ່າງລະອຽດ​ນີ້​ສາມາດ​ປະຕິບັດ​ໄດ້.

        ຕາມ​ຂ່າວ​ຫຼ້າ​ສຸດ​, ​ໄລ່ຮອດ​ວັນ​ທີ 7/8, ​ໄດ້ມີຄົນ​ງານ ຫວຽດນາມ 216 ຄົນ​ຈາກ ລີ​ບີ​ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ ​ແລະ 50 ຄົນ​ອີກ​ພວມ​ເດີນ​ທາງ​ອອກ​ຈາກ ລີ​ບີ.



ຂ່າວ/ບົດ​ອື່ນ