ກຳມະບານຫວຽດນາມ - 90 ປີແຫ່ງການກໍ່ສ້າງ ແລະ ພັດທະນາ

(VOVWORLD) -ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ກຳມະບານຫວຽດນາມ ໄດ້ປະຕິບັດບົດບາດເປັນອົງການຈັດຕັ້ງການເມືອງ, ສັງຄົມທີ່ກວ້າງໃຫຍ່ຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານເປັນຢ່າງດີ.

ກຳມະບານຫວຽດນາມ - 90 ປີແຫ່ງການກໍ່ສ້າງ ແລະ ພັດທະນາ - ảnh 1 ກອງປະຊຸມວິທະຍາສາດລະດັບຊາດ “ກຳມະບານຫວຽດນາມ - 90 ປີແຫ່ງການກໍ່ສ້າງ ແລະ ພັດທະນາ”

(ພາບ: nhandan.com.vn)

ກອງປະຊຸມວິທະຍາສາດລະດັບຊາດ “ກຳມະບານຫວຽດນາມ - 90 ປີແຫ່ງການກໍ່ສ້າງ ແລະ ພັດທະນາ”  ເຊິ່ງແມ່ນເຫດການໃຫຍ່ນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງກຳມະບານຫວຽດນາມ ( 28 ກໍລະກົດ 1929 – 28 ກໍລະກົດ 2019), ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ. ທ່ານ ວໍວັນເທື໋ອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ບຸ່ຍວັນເກື່ອງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຢືນຢັນວ່າ, ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ກຳມະບານຫວຽດນາມ ໄດ້ປະຕິບັດບົດບາດເປັນອົງການຈັດຕັ້ງການເມືອງ, ສັງຄົມທີ່ກວ້າງໃຫຍ່ຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານເປັນຢ່າງດີ. ທ່ານ ບຸ່ຍວັນເກື່ອງ ເນັ້ນໜັກວ່າ, ປະຈຸບັນ ການປະຕິວັດອຸດສາຫະກຳ 4.0 ພວມສົ່ງຜົນກະທົບເຖິງບັນດາຂົງເຂດຂອງຊີວິດຢ່າງເລິກເຊິ່ງ, ເປີດກາລະໂອກາດ ກໍຄືມີສິ່ງທ້າທາຍຫຼາຍຢ່າງສຳລັບບັນດາປະເທດ. ທ່ານກ່າວວ່າ.

        “ນີ້ແມ່ນຍຸກສະໄໝຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາໃນປະຊາຄົມອາຊຽນ ແລະ WTO ຢ່າງຄົບຖ້ວນ, ເຂົ້າຮ່ວມບັນດາສັນຍາການຄ້າເສລີໃໝ່ ຈະສົ່ງຜົນກະທົບໂດຍກົງເຖິງອົງການຈັດຕັ້ງກຳມະບານຫວຽດນາມ. ຜູ້ອອກແຮງງານຫວຽດນາມ ມີກາລະໂອກາດກ່ຽວກັບວຽກເຮັດງານທຳ, ຍົກສູງລາຍຮັບ, ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ, ການພົວພັນດ້ານການອອກແຮງງານນັບມື້ນັບເປັນຫຼາຍຮູບຫຼາຍແບບ, ສັບສົນ, ຄວາມຮຽກຮ້ອງຕ້ອງການຂອງສະມາຊິກຜູ້ອອກແຮງງານສຳລັບອົງການກຳມະບານນັບມື້ນັບສູງຂຶ້ນ.”

ຕອບກັບ

ຂ່າວ/ບົດ​ອື່ນ