ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຊຸດທີ14ຈັດວາລະປະຊຸມຄົບຄະນະຄັ້ງທີ1

ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຊຸດທີ14ຈັດວາລະປະຊຸມຄົບຄະນະຄັ້ງທີ1 - ảnh 1
ບັນ​ດາ​ສະ​ມາ​ຊິກ​ໃນກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ
(ພາບ: nhandan.com.vn)

(vovworld) – ​ ​ຕອນ​ເຊົ້າ​ວັນ​ທີ 19/10, ທ​ີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ຈັດ​ວາ​ລ​ະ​ປະ​ຊ​ຸມ​​ຄົບ​ຄະ​ນະ​ຄັ້ງ​ທຳ​ອິດ, ຮັບ​ຮອງ​ເອົາ​ກົດ​ລະ​ບຽບ​ການ​ເຄື່ອນ​ໄຫວ​ຂອງ​​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ຊຸດ​ທີ 14. ຕາມນັ້ນ​ແລ້ວ, ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດເຄື່ອນ​ໄຫວ​ຕາມຫຼັກ​ກ​ານ​​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ, ເຮັດ​ວຽກ​ຕາມ​ລະ​ບອບ​ລວມ​ໝູ່ ແລະ ຕັດ​ສິນ​ຕາມ​ສ່ວນຫຼາຍ. ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ກຳ​ມາ​ທິ​ການ ຕ້ອງເຄົາ​ລົບ​ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ຂ​ອງ​ກົດ​ໝາຍ, ກະ​ຈ່າງ​ແຈ້ງ, ປອດ​ໃສ, ປະ​ຊາ​ທິ​ປະ​ໄຕ, ຮັບ​ປະ​ກັນ​ການ​ນຳ​ພາ​ຂອງ​ພັກ, ສ​ະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ. ທີ່​ວາ​ລະ​ປະ​ຊ​ຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 19/10, ຄະ​ນະ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ໄດ​້​ດຳ​ເນີນ​ການກວດ​ກາ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ ໃນ​ປີ 2016, ກວດ​ກາ​ບົດ​ລາຍ​ງານ​ແຫ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່​​ລາຍ​ຮັບ, ລາຍຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2016 ແລະ ວາງ​ແຜນ​ງົບ​ປະ​ມານ, ລາຍ​ຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2017 ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ.


ຂ່າວ/ບົດ​ອື່ນ