ກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນ ຈັດວາລະປະຊຸມຄົບຄະນະ.

ກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນ ຈັດວາລະປະຊຸມຄົບຄະນະ. - ảnh 1
(ພາບປະກອບ: google.com.vn)

(vovwold) - ​ໃນ​ລະຫວ່າງ​ວັນ​ທີ 3 ​ແລະ 4/5, ກຳມາ​ທິການ​ວັດທະນະທຳ, ສຶກສາ, ຊາວ​ໜຸ່ມ​ເຍົາວະ​ຊົນ ​ແລະ ​ເດັກນ້ອຍຂອງ​ສະພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 2. ທີ່​ວາລະ​ປະຊຸມ​ນີ້, ບັນດາ​ສະມາຊິກ​ຂອງ​ກຳ​ມາ​ທິການ​ໄດ້​ແຈ້ງ​​ໃຫ້​ກັນຊາ​ບໝາກຜົນ​ແຫ່ງ​ການ​ຕິດຕາມ​ກວດກາການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ​ທາ​ລຸນ​ເດັກນ້ອຍ ​ໄລຍະ 2008-2010, ປະກອບ​ຄຳ​ເຫັນ​​ໃສ່​ຮ່າງ​ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ທີ່​ອະພິປາຍ, ​ຮັບ​ເອົາ, ​ແລະ ປັບປຸງ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ສຶກສາ​ຊັ້ນ​ມະຫາວິທະຍາ​ໄລ, ກົດໝາຍ​ວ່າ​ດ້ວຍ​ການ​ໂຄສະນາ, ຮັບຮອງ​ເອົາ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຫໍສະໝຸດ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພິມ​ຈຳໜ່າຍ​ສະບັບ​ປັບປຸງ ​ແລະ ​ປະກອບ​ຄຳ​ເຫັນ​​ໃສ່ຮ່າງ​ກົດໝາຍ​ຈຳນວນ​ໜຶ່ງ​ທີ່​ຍື່ນ​ສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ​ແລະ​ກໍ່​ໃນ​ວາລະ​ປະຊຸມ, ບັນດາ​ສະມາຊິກ​ຂອງ​ກຳ​ມາ​ທິການ​ກໍ່​ໄດ້​ປຶກສາ​ຫາລື ​ແລະ ​ປະກອບ​ຄຳ​ເຫັນ​ໃຫ້​ແກ່​ບົດ​ລາຍ​ງານ ”ໝາກຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ກຳມາ​ທິການ​ນັບ​ແຕ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ​ເຖິງກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 3 ​ແລະ​ ແຜນການ​ເຄື່ອນ​ໄຫວ​ເຖິງ​ທ້າຍ​ປີ 2012 ”

       

 

ຂ່າວ/ບົດ​ອື່ນ