ກຳລັງ ຝະຣັ່ງ ແລະ ມາລີ ຖືກບຸກໂຈມຕີຢູ່ເທດສະບານ Gao

(VOVWORLD) - ວັນທີ 01 ກໍລະກົດ, ບັນດາກຳລັງ ຝະຣັ່ງ ແລະ ມາລີ ຖືກບຸກໂຈມຕີຢູ່ເທດສະບານ Gao ທາງພາກເໜືອ ມາລີ.
ກຳລັງ ຝະຣັ່ງ ແລະ ມາລີ ຖືກບຸກໂຈມຕີຢູ່ເທດສະບານ Gao - ảnh 1ພົນທະຫານ ຝະຣັ່ງ ຢູ່ ມາລີ   ພາບ: Yahoo

ໂຄສົກກະຊວງປ້ອງກັນປະເທດ ມາລີ Boubacar Diallo ຢືນຢັນວ່າ ມີລົດຕິດລະເບີດຄັນໜຶ່ງໄດ້ຕຳໃສ່ກຳລັງລາດຕະເວນຮ່ວມຂອງ ຝະຣັ່ງ ແລະ ມາລີ ເຮັດໃຫ້ສາມັນຊົນ 2 ຄົນເສຍຊີວິດ ແລະ ຫລາຍຄົນຮັບບາດເຈັບໃນນັ້ນ ມີພົນທະຫານ ຝະຣັ່ງ ຮັບບາດເຈັບປະມານ 4 – 8 ຄົນ.

        ໃນຂະນະນັ້ນ, ໂຄສົກກອງທັບ ຝະຣັ່ງ ທ່ານ Patrik Steiger ຢືນຢັນວ່າ ກຳລັງລາດຕະເວນລວມມີພົນທະຫານ ຝະຣັ່ງ 30 ຄົນ ຖືກບຸກໂຈມຕີ ແລະ ບັນດາຜູ້ເສຍຊີວິດລ້ວນແຕ່ແມ່ນສາມັນຊົນ. ບັນດາພົນທະຫານໄດ້ຍົກຍ້າຍໄປເຖິງຖານທີ່ໝັ້ນຂອງເຂົາເຈົ້າ ໃນຂະນະນັ້ນ ສະຖານທີ່ເກີດເຫດບຸກໂຈມຕີຖືກປິດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ