ກຳລັງຕຳຫຼວດປະຊາຊົນ ຫວຽດນາມ ສືບຕໍ່ສ້າງລະບົບກົດໝາຍໃຫ້ສົມບູນແບບ ຕອບສະໜອງເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ

(VOVWORLD) -ທ່ານປະທານສະພາແຫ່ງຊາດເນັ້ນໜັກວ່າ ຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນຂົງເຂດສຳຄັນທີ່ສຸດ
ກຳລັງຕຳຫຼວດປະຊາຊົນ ຫວຽດນາມ ສືບຕໍ່ສ້າງລະບົບກົດໝາຍໃຫ້ສົມບູນແບບ ຕອບສະໜອງເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: qdnd.vn)

ຕອນບ່າຍວັນທີ24 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກຂອງຄະນະພັກສະພາແຫ່ງຊາດ ກັບຄະນະປະຈຳຄະນະພັກຕຳຫຼວດສູນກາງ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ດ້ວຍຖານະແມ່ນກຳລັງໜຶ່ງໃນກຳລັງປະກອບອາວຸດມີຄວາມສຳຄັນທີ່ສຸດ, ກຳລັງຕຳຫຼວດປະຕິບັດພາລະບົດບາດຂອງຕົນຕາມລັດຖະທຳມະນູນ, ກົດໝາຍເວົ້າລວມ, ຕາມແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການຍູ້ແຮງການສ້າງກຳລັງຕຳຫຼວດປະຊາຊົນໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເປັນກຳລັງຫຼວງ, ຍ້ອຢ້ຽມ, ຫັນເປັນທັນສະໄໝເທື່ອລະກ້າວຢ່າງແທ້ຈິງ ເພື່ອຕ້ອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.

        ທ່ານປະທານສະພາແຫ່ງຊາດເນັ້ນໜັກວ່າ ຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນຂົງເຂດສຳຄັນທີ່ສຸດ ແລະ ຖືວ່າ, 2 ຝ່າຍຄວນກະກຽມຢ່າງລະອຽດກ່ຽວກັບບັນຫາທີ່ນຳມາປຶກສາຫາລືທີ່ສະພາແຫ່ງຊາດ ເພື່ອປະຕິບັດເນື້ອໃນ, ລາຍການທີ່ໄດ້ວາງອອກໃຫ້ບັນລຸຜົນສຳເລັດເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ