ກຳລັງປ້ອງກັນຄວາມສະຫງົບ ຟີລິບປີນ ບຸກໂຈມຕີພວກກະບົດອິດສະລາມຢູ່ພາກໃຕ້

(VOVWORLD) -  ວັນທີ 10 ມິຖຸນາ, ບັນດາກຳລັງປ້ອງກັນຄວາມສະຫງົບ ຟີລິບປີນ ໄດ້ດຳເນີນການບຸກໂຈມຕີທາງອາກາດ ແລະ ທາງບົກ ແນໃສ່ຖານທີ່ໝັ້ນຂອງພວກກະບົດອິດສະລາມຢູ່ແຂວງ Maguindanao, ທາງພາກໃຕ້ປະເທດນີ້.
ກຳລັງປ້ອງກັນຄວາມສະຫງົບ ຟີລິບປີນ ບຸກໂຈມຕີພວກກະບົດອິດສະລາມຢູ່ພາກໃຕ້ - ảnh 1 ກຳລັງປ້ອງກັນຄວາມສະຫງົບ ຟີລິບປີນ (ພາບ: EPA/TTXVN)
 

ບັນດາການບຸກໂຈມຕີຖືກດຳເນີນຢູ່ເຂດ Liguasan, ທຳລາຍຮາກຖານຜະລິດລະເບີດຂອງຂະບວນການນັກຮົບເສລີອິດສະລາມ Bangsamoro (BIFF) – ເຊິ່ງແມ່ນກຸ່ມທີ່ຖືກຕັດແຍກອອກຈາກແນວໂຮມປົດປ່ອຍອິດສະລາມ Moro (MILF).

ປັດຈຸບັນ BIFF ມີສະມາຊິກປະມານ 400 ຄົນ, ແມ່ນໜຶ່ງໃນບັນດາກຸ່ມກະບົດຢູ່ Mindanao ໄດ້ຖະແຫຼງວ່າ ຈະຈົ່ງຮັກພັກດີຕໍ່ອົງການ “ລັດອິດສະລາມ” (IS).

ຕອບກັບ

ຂ່າວ/ບົດ​ອື່ນ