ກຳລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດ

(VOVWORLD) - ບັນຫາສຳຄັນ, ຫຼັກແຫຼ່ງທີ່ສຸດແມ່ນ ສືບຕໍ່ສ້າງລະບອບລະບຽບການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ
ກຳລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດ - ảnh 1(ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ)

ກຳລັງໜູນໃໝ່ໃຫ້ແກ່ກາພັດທະນາເສດຖະກິດ”. ນີ້ແມ່ນຫົວຂໍ້ບົດຂຽນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ໄດ້ປະກາດໃນວັນທີ 11 ພຶດສະພາ.

ເປີດສາກບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນຢ່າງແນວແນ່ຕໍ່ເປົ້າໝາຍເອກະລາດຊົນຊາດ ຕິດພັນກັບລັດທິສັງຄົມນິຍົມແມ່ນການຄັດເລືອກທີ່ສະຫຼາດສ່ອງໃສ, ຖືກຕ້ອງຂອງພັກກອມມູນິດ ຫວຽດນາມ. ເພື່ອສ້າງລັດທິສັງຄົມນິຍົມໃຫ້ບັນລຸຜົນສຳເລັດ ດ້ວຍບັນດາຈຸດພິເສດສະເພາະທີ່ໂຄງການການເມືອງການສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນລັດທິສັງຄົມນິຍົມ (ເພີ່ມເຕີມ, ພັດທະນາປີ 2021) ຂອງພັກ ໄດ້ກຳນົດໄວ້, ການເຄື່ອນໄຫວຜະລິດວັດຖຸຂອງມະນຸດມີຄວາມໝາຍຕັດສິນທີ່ສຸດ, ດ້ວຍສະມັດຕະພາບການອອກແຮງງານສູງແມ່ນປັດໄຈແກ່ນສານ.
ເພື່ອພັດທະນາເສດຖະກິດເອກະຊົນ, ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ, ບັນຫາສຳຄັນ, ຫຼັກແຫຼ່ງທີ່ສຸດແມ່ນ ສືບຕໍ່ສ້າງລະບອບລະບຽບການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ດ້ວຍບັນດາການປ່ຽນແປງມີລັກສະນະບາດລ້ຽວດ້ານຈີນຕະນາການ, ຄວາມຮັບຮູ້, ການກະທຳ.

ວັນທີ 04 ພຶດສະພາ, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 68 ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ, ດ້ວຍບັນດາເປົ້າໝາຍ, ທັດສະນະ, ໜ້າທີ່, ມາດຕະການແກ້ໄຂບຸກທະລຸ, ບໍ່ເຄີຍມີມາກ່ອນ; ກຳນົດຮູບແບບທັດສະນະໃໝ່ໃນພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ. ເພື່ອປະຕິບັດມະຕິເລກທີ 68 ຢ່າງມີໄຊ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍົກອອກ 4 ໜ້າທີ່, ຄື:

ທີໜຶ່ງ, ນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງໂດຍໄວ. ຕາມນັ້ນແລ້ວ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ສະພາແຫ່ງຊາດຈະປຶກສາຫາລື ແລະ ປະກາດໃຊ້ມະຕິກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ, ດ້ວຍບັນດາກົນໄກ, ນະໂຍບາຍໃຫ້ບຸລິມະສິດລະອຽດ, ມີຄວາມເປັນໄປໄດ້, ມີປະສິດທິຜົນ. ສ້າງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິເລກທີ 68 ໂດຍທ່ານນາຍົກລັດຖະມົນຕີເປັນຫົວໜ້າຄະນະ, ກວດກາປະຈຳເດືອນ, ກະຕຸກຊຸກຍູ້ການປະຕິບັດມະຕິຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ຊຸກຍູ້, ສ້າງການປ່ຽນແປງໃໝ່ດ້ານຈີນຕະນາການບໍລິຫານ ຈາກການ ຄຸ້ມຄອງໄປສູ່ການຮ່ວມເດີນທາງ, ຖືວິສາຫະກິດແມ່ນເປົ້າໝາຍເພື່ອ “ຮັບໃຊ້” ແທນທີ່ເປົ້າໝາຍ “ຄຸ້ມຄອງ”.

ທີສອງ: ຮີບເຮັ່ງຫັນບັນດາທັດສະນະຂອງພັກເປັນກົດໝາຍ ແລະ ຮັບປະກັນຄວາມເຂັ້ມງວດ. ຄົ້ນຄວ້າການສ້າງກົດໝາຍພັດທະນາເສດຖະກິດພາກເອກະຊົນ ແລະ ປັບປຸງ, ເພີ່ມເຕີມບັນດາຂໍ້ກຳກົດດ້ານກົດໝາຍທີ່ກ່ຽວຂ້ອງ. ສົ່ງເສີມການພັດທະນາວິທະຍາສາດເຕັກໂນໂລຊີ, ວິສາຫະກິດພາກເອກະຊົນນຳໜ້າໃນບັນດາໂຄງການໃຫຍ່, ຈຸດສຸມແຫ່ງຊາດ ແລະ ສ້າງຕັ້ງບັນດາພື້ນຖານໂຄງລ່າງຄົ້ນຄວ້າການປ່ຽນແປງໃໝ່ລະດັບຊາດ.

ທີສາມ, ເອົາໃຈໃສ່ເປັນພິເສດເຖິງວິສາຫະກິດຂະໜາດໜ້ອຍ, ຈຸລະວິສາຫະກິດ, ຊຸກຍູ້ການພັດທະນາສັງຄົມໂດຍມີແນວຄິດ startup, ຄວາມຄາດຫວັງເປັນເຈົ້າ, ພິເສດແມ່ນໃນຂົງເຂດນະວັດຕະກຳ. ຜັນຂະຫຍາຍ ບ້ວງເງິນສິນເຊື່ອໃຫ້ບຸລິມະສິດແກ່ວິສາຫະກິດຂະໜາດກາງ ແລະ ຈຸລະວິສາຫະກິດໃນທັນທີ, ຜ່ານການຮັບປະກັນສິນເຊື່ອຂອງລັດ. ສະຫງວນເນື້ອທີ່ດິນບຸລິມະສິດແຕ່ 5 – 10% ຢູ່ບັນດາເຂດອຸດສາຫະກຳເຕັກໂນໂລຊີສູງໃຫ້ແກ່ startup ເຊົ່າດ້ວຍລາຄາບຸລິມະສິດ.

ທີສີ, ສ້າງຖັນແຖວນັກທຸລະກິດໃຫ້ກາຍເປັນນັກຮົບໃນແນຮົບເສດຖະກິດ, ເຂົ້າຮ່ວມການວາງແຜນນະໂຍບາຍຢ່າງແທດຈິງ. ສ້າງເງື່ອນໄຂສະດວກເພື່ອໃຫ້ນັກທຸລະກິດເຂົ້າຮ່ວມການຕີລາຄານະໂຍບາຍ, ປະກອບສ່ວນເຂົ້າໃນວິວັດການວາງແຜນ ແລະ ປະຕິບັດຍຸດທະສາດພັດທະນາ.

ທ່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ, ແນ່ນອນວ່າ ຫວຽດນາມ ຈະປະຕິບັດມະຕິເລກທີ 68 ຢ່າງມີໄຊ, ນຳເສດຖະກິດພາກເອກະຊົນໃຫ້ພັດທະນາເທົ່າ ທຽມໂດຍໄວ, ກາຍເປັນກຳລັງໜູນສຳຄັນທີ່ສຸດຢ່າງແທດຈິງ, ເປັນເສົ້າຄ້ຳຮັບປະກັນການພັດທະນາຢ່າງໝັ້ນຄົງເຂັ້ມແຂງຂອງພື້ນຖານເສດຖະກິດແຫ່ງຊາດ, ປະຕິບັດຄວາມຄາດຫວັງສ້າງສາປະເທດ ຫວຽດນາມ ສັງຄົມນິຍົມ, ປະຊາຄົມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ