ກຽກ​ກິດ​ສະ​ຖານ ແລະ ຕັດ​ຈິ​ກິດ​ສະ​ຖານ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຢຸດ​ຍິງ

(VOVWORLD) -ວັນທີ 29 ເມສາ, ກຽກກິດສະຖານ ໄດ້ປະກາດວ່າ ປະເທດນີ້ ໄດ້ເຫັນດີເປັນເອກະພາບຕໍ່ຄຳສັ່ງຢຸດຍິງກັບ ຕັດຈິກິດສະຖານ, ພາຍຫຼັງເກີດບັນດາການປະທະກັນຢ່າງຂ້ຽວຂາດລະຫວ່າງກອງກຳລັງຂອງສອງຝ່າຍຢູ່ເຂດຊາຍແດນທີ່ພວມມີການຂັດແຍ້ງກັນ.
ກຽກ​ກິດ​ສະ​ຖານ ແລະ ຕັດ​ຈິ​ກິດ​ສະ​ຖານ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຢຸດ​ຍິງ - ảnh 1ທະຫານກຽກກິດສະຖານ ລາດຕະເວນເຂດຊາຍແດນລະຫວ່າງສອງປະເທດ ໃນວັນທີ 29 ເມສາ 2021 (ພາບ: RFE/TTXVN)

ແຈ້ງການຂອງກະຊວງການຕ່າງປະເທດ ກຽກກິດສະຖານ ໄດ້ຊີ້ແຈ້ງວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບ ຢຸດຍິງຢ່າງສິ້ນເຊິງ ເລີ່ມແຕ່ເວລາ 20 ໂມງ 00 ນາທີ ຂອງວັນທີ 29 ເມສາ ຕາມເວລາທ້ອງຖິ່ນ ແລະ ຖອນບັນດາກອງກຳລັງທະຫານກັບຄືນຖານທີ່ໝັ້ນ. ນີ້ແມ່ນໝາກຜົນທີ່ບັນລຸໄດ້ພາຍຫຼັງບັນດາການເຈລະຈາ ລະຫວ່າງລັດຖະມົນຕີການຕ່າງປະເທດຂອງສອງປະເທດ.

ສອງຝ່າຍໄດ້ຈັດສົ່ງບັນດາກຸ່ມລາດຕະເວນເຂດຊາຍແດນລວມ, ເພີ່ມທະວີວຽກງານຖະແຫຼງຂ່າວລວມ ແລະ ໄກ່ເກ່ຍປະຊາຊົນຂອງສອງປະເທດ ດ້ວຍການເຂົ້າຮ່ວມຂອງບັນດາກົມກອງທະຫານປ້ອງກັນຊາຍແດນ.

ກະຊວງການຕ່າງປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ສອງປະເທດ ກໍ່ໄດ້ເຫັນດີເປັນເອກະພາບຈະຮັກສາການຕິດຕໍພົວພັນໂດຍກົງ ເພື່ອຍົກອອກວິທີການແກ້ໄຂໃຫ້ແກ່ບັນດາບັນຫາທີ່ຍັງຄົງຂ້າງ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ