ຂໍ້​ຕົກ​ລົງ​ກ່ຽວ​ກັບ ຢູ​ແກຼນ ​ບັນ​ລຸ​ໄດ້ກໍ່​ຕໍ່​ເມື່ອ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ

(VOVWORLD) -ຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບ ຢູແກຼນ ຖ້າຫາກວ່າ Kiev ປະຕິເສດການເຈລະຈາ, ເພາະວ່າ “ການເຈລະຈາຕ້ອງມີສອງຝ່າຍເຂົ້າຮ່ວມ”.
ຂໍ້​ຕົກ​ລົງ​ກ່ຽວ​ກັບ ຢູ​ແກຼນ ​ບັນ​ລຸ​ໄດ້ກໍ່​ຕໍ່​ເມື່ອ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  ເປັນປະທານກອງປະຊຸມສະພາຄວາມໝັ້ນຄົງແຫ່ງຊາດ ຢູ່ Kiev (ພາບ:  AFP/TTXVN)

ວັນທີ 04 ຕຸລາ, ທ່ານ Dmitry Peskov ໂຄສົກວັງ Kremlin, ລັດເຊຍ ໄດ້ຢັ້ງຢືນວ່າ ຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບ ຢູແກຼນ ຖ້າຫາກວ່າ Kiev ປະຕິເສດການເຈລະຈາ, ເພາະວ່າ “ການເຈລະຈາຕ້ອງມີສອງຝ່າຍເຂົ້າຮ່ວມ”. ວັງ Kremlin ກໍຊົມເຊີຍທ່ານ Elon Musk ເຈົ້າຂອງບໍລິສັດ Tesla, ກ່ຽວກັບການເຈາະຈີ້ມແກ່ຂໍ້ຕົກລົງສັນຕິພາບ ເພື່ອແນໃສ່ຢຸດຕິການປະທະກັນຢູ່ ຢູແກຼນ.

        ຄຳເຫັນຂອງທ່ານ Peskov ໄດ້ຍົກອອກມາພາຍຫຼັງທີ່ ໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ລົງລາຍເຊັນໃນລັດຖະດຳລັດວ່າດ້ວຍການປະກາດຍົກເລີກການເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ