ຂໍ້ຕົກລົງນິວເຄຼຍກັບP5+1ສ້າງຄວາມສົນດູນດ້ານຜົນປະໂຫຍດຂອງທຸກຝ່າຍ

ຂໍ້ຕົກລົງນິວເຄຼຍກັບP5+1ສ້າງຄວາມສົນດູນດ້ານຜົນປະໂຫຍດຂອງທຸກຝ່າຍ - ảnh 1
(ພາບປະກອບ)

​​(vovworld) - ວັນ​ທີ 09/08, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Mohammad Javad Zarif ຢືນຢັນ​ວ່າ, ຂ້ໍ​ຕົກລົງ​ນິວ​ເຄຼຍ ລະຫວ່າງ​ອີຣານ ກັບ​ກຸ່ມ P5+1​ (​ເຊິ່ງລວມມີ ອັງກິດ, ຝລັ່ງ, ອາ​ເມ​ລິ​ກາ, ລັດ​ເຊ​ຍ, ຈີນ ​ແລະ ​ເຢຍລະ​ມັນ) ​ໄດ້ສ້າງຄວາມສົມດູນດ້ານຜົນ​ປະ​ໂຫຍ​ດຂອງ​ທຸກ​ຝ່າຍທີ່​ເຂົ້າ​ຮ່ວມ​ການ​ເຈະລະຈາ. ທ່ານ Zarif ​ເນັ້ນ​ໜັກ​ວ່າ: “ຕາມ​ຂໍ້​ຕົກລົງ, ບໍ່​ມີ​ຝ່າ​ຍ​ໃດ​ຈັດ​ວາງ​ແນວ​ຄິດ​ຂ​ອງຕົນ​ໃຫ້​ຝ່າຍອື່ນ”. ທ່ານ Zarif ຊີ້​ແຈ້ງວ່າ, ຕາມມະຕິ​ຫວ່າງ​ມໍ່ໆ​ມາ​ນີ້​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ໂດຍອີງ​ໃສ່​ແຜນ​ການ​ກະທຳ​ລວມຮອບດ້ານ, ອີຣານ ບໍ​່​ຖືກ​ເກືອດ​ຫ້າມ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອື່ນ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ນິວ​ເຄຼຍ ຮັບ​​ໃຊ້​ຈຸດປະສົງ​ສັນ​ຕິ​ພາບ, ຫາກກົງ​ກັນ​ຂ້າມ ບັນດາ​ປະ​ເທດ​ໄດ້​ຮັບ​ການ​ສົ່ງ​ເສີມ​ຮ່ວມ​ມື​ກັບ​ເຕ​ເຣຣານ ​ໃນ​ຂົງ​ເຂດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ