ຂໍ້ຕົກລົງນິວເຄຼຍຢູ່ອີຣານເບື້ອງຕົ້ນຜ່ານສິ່ງກີດຂວາງຈາກສະພາສູງອາເມລິກາ

ຂໍ້ຕົກລົງນິວເຄຼຍຢູ່ອີຣານເບື້ອງຕົ້ນຜ່ານສິ່ງກີດຂວາງຈາກສະພາສູງອາເມລິກາ - ảnh 1
ພາບ​ປະ​ກອບ:internet

(vovworld)-  ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ພັກ​ສາ​ທາ​ລະ​ນະ​ ເພື່ອ​ເຮັດ​ໃຫ້​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຂອງ ອີ​ຣານ ຖືກ​ຜົນ​ສະ​ທ້ອນ​ໃນ​ການ​ປ່ອນ​ບັດ​ຢູ່ ສະ​ພາ​ສູງ ອາ​ເມ​ລິ​ກາ ເມື່ອ​ຄ່ຳ​ຄືນ​ວັນ​ທີ 10/9. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ໄຊ​ຊະ​ນະ​ສຳ​ຄັນ ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ທູດ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama. ດ້ວຍ​ບັດ​ຄ້ານ 58 ບັດ ແລະ ບັດ​ເຫັນ​ດີ 42 ບັດ, ​ສະ​ພາ​ສູງ ອາ​ເມ​ລິ​ກາ ໂດຍ​ພັກ​ສາ​ທາ​ລະ​ນະ ກວມ​ສ່ວນ​ຫລາຍ ໄດ້​ຄັດ​ຄ້ານ​ການ​ເປີດ​ຊ່ອງ​ທາງ​ໃຫ້​ການ​ປະ​ທະ​ກັນ ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ. ສິ່ງນີ້​ໝາຍ​ຄວາມ​ວ່າ ດ້ວຍ​ເລື່ອງ​ຝ່າຍ​ຄ​ັດ​ຄ້ານ​ຂ​ໍ້​ຕົກ​ລົງ​ນິຍ​ເຄຼຍ ອີ​ຣານ ບໍ່​ເຕົ້າ​ໂຮມ​ຄົບ 60 ບັດ​ທີ່​ຈຳ​ເປັນ​ເພື່ອ​ຊຸກ​ຍູ້​ມະ​ຕິ​ຄັດ​ຄ້ານ​ຂໍ້​ຕົກ​ລົງ​ນີ້. ໃນ​ຖະ​ແຫລ​ງ​ການ, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໄດ້​ເນັ້ນ​ຫນັກ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຂອງ​ການ​ປ​ອ່ນ​ບັດ​ເລືອກ​ຕັ້ງ​ຄັ້ງ​ນີ້ ແລະ ຖື​ວ່າ ນີ້​ແມ່ນ​ໄຊ​ຊະ​ນະ​ດ້ານ​ການ​ທູດ ບໍ່​ພຽງ​ແຕ່​ສຳ​ລັບ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ ເທົ່າ​ນັ້ນ ຫາກ​ຍັງ​ຄວາມ​ສະ​ຫງົບ ແລະ ຄວາມ​ປອດ​ໄພ​ຂອງ​ທົ່ວ​ໂລກ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ